Breaking News

ສິ່ງທີ່ຄວນປະຕິບັດໃນການເຮັດວຽກ

9 ວິທີການເຮັດວຽກໃຫ້ປະສົບຜົນສໍາເລັດ…

ເຊື່ອວ່າຫຼາຍໆຄົນເຈີປັນຫາເລື່ອງການເຮັດວຽກ!!! ມື້ນີ້ຂວັນໃຈຈະພາແຟນໆມາເບິ່ງວິທີການເຮັດວຽກໃຫ້ໄດ້ປະສິດທິພາບເພີ່ມຂຶ້ນ… ມາເບິ່ງກັນເລີຍວ່າຈະມີວິທີໃດແນ່…

  • ເມື່ອໄດ້ຮັບມອບໝາຍວຽກ ລອງຢຸດຄິດກ່ອນວ່າ ຄວນເຮັດຫຍັງ

ເລີ່ມຈາກການຈັດລໍາດັບຄວາມສໍາຄັນຂອງວຽກໂດຍຄິດວ່າສິ່ງໃດທີ່ເຮັດໃຫ້ຜົນງານເພີ່ມຂຶ້ນ ເພາະບໍ່ວ່າເຈົ້າຈະທຸ່ມເທເຮັດວຽກຫຼາຍຊໍາໃດ ທຸກຄົນກໍມີເວລາ 24 ຊົ່ວໂມງເທົ່າກັນ ບໍ່ມີທາງທີ່ເວລາຈະເພີ່ມຂຶ້ນ ສະນັ້ນ,  ເຮົາຈຶ່ງບໍ່ຈໍາເປັນທຸ່ມເທກັບວຽກທຸກອັນ.

  • ຫາກຕ້ອງການເພີ່ມຜົນງານຕ້ອງຕັດສິນໃຈເລືອກ ວຽກທີ່ບໍ່ຈໍາເປັນ

ບໍ່ວ່າການເຮັດວຽກສໍາເລັດທຸກອັນຈະເກີດຜົນງານສະເໜີໄປ ແລ້ວການເຮັດວຽກສໍາຄັນພຽງ “20%” ຕາມກົດ 20/80 ຊ່ວຍໃຫ້ມີຜົນງານພຽງພໍຕໍ່ຄວາມສໍາເລັດແລ້ວ ສະນັ້ນ,  “ການບໍ່ເຮັດ” ຈຶ່ງກາຍເປັນສິ່ງສໍາຄັນກວ່າ “ການລົງມືເຮັດ” ແລ້ວຍັງເຮັດໃຫ້ມີເວລາໄປເຮັດສິ່ງໃໝ່ອີກດ້ວຍ.

  • ບໍ່ມີວຽກໃດທີ່ມີ ໂອກາດຄວາມຜິດພາດເປັນສູນ

ຈຶ່ງແບ່ງຄວາມຜິດອອກເປັນ 2 ປະເພດຄື  ຄວາມຜິດທີ່ຍອມຮັບໄດ້ ເຊິ່ງສົ່ງຜົນກະທົບໃນລະດັບຕໍ່າ ກັບຄວາມຜິດທີ່ຍອມຮັບບໍ່ໄດ້ ເຊິ່ງສົ່ງຜົນກະທົບໃນລະດັບສູງ ສະນັ້ນ, ຈົ່ງຄໍານຶງເຖິງລະດັບຜົນກະທົບທີ່ໄດ້ຮັບຈາກຄວາມຜິດນັ້ນ ການຢຸດຄິດຈັກ 5 ວິນາທີ ກ່ອນລົງມືເຮັດອັນໃດຄື “ຄວາມຜິດທີ່ຍອມຮັບບໍ່ໄດ້” ຈະຊ່ວຍຫຼີກລ້ຽງປັນຫາທີ່ເກີດຂຶ້ນໄດ້.

  • ການກວດສອບໃຫ້ດີກ່ອນຈະຊ່ວຍຫຼຸດອັດຕາການເກີດຄວາມຜິດພາດໄດ້

ເພື່ອໃຫ້ວຽກວ່ອງໄວຈຶ່ງຈໍາເປັນຕ້ອງກວດສອບລ່ວງໜ້າທຸກຂັ້ນຕອນ ແລະ ເອົາຄວາມຄິດທີ່ວ່າ “ໜ້າຈະຮຽບຮ້ອຍແລ້ວ” ຫຼື  “ທີ່ຜ່ານມາກໍບໍ່ເຫັນເປັນຫຍັງ” ຖິ້ມໄປໃຫ້ໝົດ ເຈົ້າຄວນຄິດອີກແບບວ່າ “ແບບນີ້ໃຊ້ໄດ້ແລ້ວ ຫຼືບໍ” ເພາະສ່ວນໃຫ່ຍຄວາມຜິດພາດມັກເກີດຈາກຄວາມປະມາດ ຫຼືຄວາມພໍໃຈ

  • ຢ່າເຮັດວຽກແບບຜ່ອນສົ່ງ

ຄວນເຮັດວຽກໃຫ້ສໍາເລັດໃນຕອນດຽວດ້ວຍ ຄໍາວ່າ “ເອົາໄວ້ກ່ອນ” ເປັນຄໍາເວົ້າສໍາລັບຄົນທີ່ມີເວລາເຫຼືອເຟືອ ວຽກທີ່ຕ້ອງເຮັດເປັນເວລາດົນມີແຕ່ຈະຍິ່ງເພີ່ມຂຶ້ນ ຈົນທ້າຍທີ່ສຸດກໍບໍ່ມີຜົນງານຫຍັງທີ່ສໍາເລັດອອກມາຈັກຢ່າງ.

  • ຄວນກໍານົດເວລາໃຫ້ຕົວເອງ

ເຈົ້າຕ້ອງຮູ້ວ່າ “ວຽກທີ່ເຮັດຢູ່ຕອນນີ້ຕ້ອງສໍາເລັດພາຍໃນຈັກໂມງ” ແລະ ຢຸດຄິດຈັກ 5 ວິນາທີ ກ່ອນລົງມືເຮັດ “ຄວນເລີ່ມເຮັດຫຍັງກ່ອນ” ຈະຊ່ວຍໃຫ້ມຸ້ງໄປຫາເປົ້າໝາຍໄດ້ໄວກວ່າ.

  • ຢ່າເສຍເວລາກັບການເປີດອ່ານອີເມວທັງໝົດຈາກເທິງລົງລຸ່ມ

ແຕ່ໃຫ້ເລືອກເປີດຈາກເລື່ອງທີ່ສໍາຄັນກ່ອນ ການຄໍານຶງວ່າ ຄວນເຮັດຫຍັງກ່ອນ ຫຼື ມີຢ່າງອື່ນຄວນເຮັດຫຼາຍກວ່າ ຫຼືບໍ ສິ່ງເຫຼົ່ານີ້ເອີ້ນວ່າທັກສະ ການຈັດລໍາດັບຄວາມສໍາຄັນ.

  • ເມື່ອຮັບຄໍາສັ່ງຈາກຫົວໜ້າແລ້ວຢ່າຟ້າວລົງມືເຮັດທັນທີ

ເພາະເປັນໄປໄດ້ວ່າສິ່ງທີ່ເຈົ້າຄິດກັບສິ່ງທີ່ຫົວໜ້າຢາກໃຫ້ເຮັດເປັນຄົນລະເລື່ອງກັນ ສະນັ້ນ, ຄວນຖາມໃຫ້ແນ່ໃຈກ່ອນເຊັ່ນ ຕ້ອງການໃຫ້ງານອອກມາປະມານແບບນີ້ແມ່ນບໍ ເພື່ອໃຫ້ເຈົ້າໝົດຄວວາມກັງວົນວ່າວຽກທີ່ເຮັດຢູ່ຈະບໍ່ເສຍເວລາ.

  • ວຽກທີ່ຜິດເປົ້າໝາຍເກີດຈາກການຂາດຂະບວນວິການ “ຄິດ” ກ່ອນລົງມືເຮັດ

ການ “ຄິດຜິດປະເດັນ” ເຮັດໃຫ້ເຈົ້າຖືກເຮັດວຽກແບບເລັ່ງດ່ວນຢູ່ທຸກມື້ ແຕ່ກັບບໍ່ມີຜົນງານ ສາເຫດຂອງປັນຫາບໍ່ແມ່ນເລື່ອງ “ວິທີການ” ເປັນເພາະເຈົ້າບໍ່ຮູ້ວ່າ “ຕ້ອງເຮັດແບບໃດ” ຫຼາຍກວ່າ. ຖ້າເຈົ້າຍັງເຮັດວຽກແບບວິທີເກົ່າໆ ທີ່ເຄີຍເຮັດມາຕະຫຼອດ ແມ່ນວ່າຈະທຸ່ມເທເປັນ 2 ເທົ່າ ຜົນງານກໍບໍ່ຕ່າງຈາກເດີມລອງປັບວິທີການເຮັດວຽກດ້ວຍການຢຸດຄິດຈັກ 5 ວິນາທີ ກ່ອນລົງມືເຮັດເບິ່ງ ຮັບຮອງວ່າເຈົ້າຈະເຮັດວຽກງ່າຍຂຶ້ນ ສະບາຍຂຶ້ນ ແລະ ມີຜົນງານອອກມາໃຫ້ເຫັນເປັນຮູບປະທໍາໄດ້ບໍ່ຍາກ ມາປົດລ໋ອກຕົວເອງຈາກຊີວິດທີ່ມີແຕ່ຄໍາວ່າ “ເປັນຫຍັງ” ກັນດີກວ່າ.