ຫຼາຍໆຄົນອາດຈະຍັງບໍ່ຮູ້ວ່າຂີງສາມາດຫຼຸດນໍ້າໜັກ ຫຼືບັນເທົາອາການຕ່າງໆຂອງຮ່າງກາຍໄດ້ ມື້ນີ້ຂວັນໃຈຈະພາແຟນໆໄປຮູ້ຈັກກັບຄຸນປະໂຫຍດຂອງຂີງ ໄປເບິ່ງນໍາກັນເລີຍວ່າຈະມີຫຍັງແນ່…
- ຂີງຊ່ວຍຫຼຸດນໍ້າໜັກ
ເປັນສັບພະຄຸນທີ່ສາວໆຫຼາຍຄົນໃຫ້ຄວາມສົນໃຈ ພຽງແຕ່ດື່ມນໍ້າຂີງເປັນປະຈໍາມື້ລະ 1-3 ຈອກ ກໍຈະຊ່ວຍໃຫ້ນໍ້າໜັກເຮົາຫຼຸດລົງໄດ້ຢ່າງບໍ່ໜ້າເຊື່ອ ເພາະວ່ານໍ້າຂີງມີຄວາມຮ້ອນ ເມື່ອດື່ມເຂົ້າໄປແລ້ວຄວາມຮ້ອນຈະເຂົ້າໄປຊ່ວຍເຜົາຜານພະລັງງານໃນຮ່າງກາຍ ຊ່ວຍໃຫ້ຮ່າງກາຍເຜົາຜານ Glycogen ໄດ້ດີ ເມື່ອເຜົາຜານດີຈຶ່ງມີສ່ວນຊ່ວຍຫຼຸດຄວາມອ້ວນໄດ້ດີ.
- ຂີງຊ່ວຍຫຼຸດນໍ້າຕານໃນເລືອດ ຕ້ານໂລກເບົາຫວານ
ຂີງມີສານທີ່ມີຄຸນນະສົມບັດກະຕຸ້ນການເຮັດວຽກຂອງອິນຊູລີນໃນຮ່າງກາຍເຮົາ ຊ່ວຍເພີ່ມອັດຕາຂອງນໍ້າຕານໃນຮ່າງກາຍໄປໃຊ້ໄດ້ດີ ຈຶ່ງມີຜົນເຮັດໃຫ້ລະດັບນໍ້າຕານໃນເລືອດຫຼຸດລົງ ແລະ ປອດໄພຫຼາຍກວ່າການໃຊ້ຍາຫຼຸດລະດັບນໍ້າຕານໃນເລືອດ ເພາະສາມາດກິນໄດ້ເປັນປະຈໍາຢ່າງຕໍ່ເນື່ອງ ໂດຍສາມາດກິນໄດ້ໃນຫຼາກຫຼາຍຮູບແບບ ແຕ່ແນະນໍາວ່າບໍ່ຄວນກິນກັບຂອງຫວານ ເພາະຈະຍິ່ງເພີ່ມລະດັບນໍ້າຕານເຂົ້າໄປອີກ.

- ຂີງຊ່ວຍໃຫ້ປະສິດທິພາບຂອງສະໝອງດີຂຶ້ນ
ຜູ້ຊ່ຽວຊານດ້ານສຸຂະພາບຂອງອອສເຕເລີຍ Kathleen McFarlane ຄົ້ນພົບວ່າ ຜູ້ຍິງທີ່ມີອາຍຸຫຼາຍໃນຊ່ວງ 50-60 ປີ ທີ່ກິນນໍ້າຂີງເປັນປະຈໍາເຮັດໃຫ້ປະສິດທິພາບຂອງສະໝອງດີຂຶ້ນ ເພາະວ່າ ຂີງມີສ່ວນຊ່ວຍໃຫ້ລະບົບການປ້ອງກັນເຊວປະສາດ (Neuroprotective function) ດີຂຶ້ນ ໝາຍຄວາມວ່າ ຂີງມີສ່ວນຊ່ວຍໃນການຫຼຸດໂອກາດເປັນໂລກເອົ໋າໄຊເມີໄດ້.
- ຂີງເປັນຢາແກ້ປວດອາການອັກເສບ
ນອກຈາກຈະຊ່ວຍບໍາລຸງສະໝອງແລ້ວ ຂີງຍັງເປັນຢາແກ້ປວດໄດ້ດີ ເຊິ່ງຂີງມີປະສິດທິພາບໃນການຢັບຢັ້ງອາການອັກເສບຂອງຂໍ້ຕໍ່ ແລະ ກ້າມເນື້ອ ການກິນອາຫານທີ່ປະກອບດ້ວຍຂີງຄວບຄູ່ກັບການກິນຢາຕ້ານເຊື້ອ ຈະຊ່ວຍໃຫ້ອາການປວດກ້າມເນື້ອເຊົາໄວຂຶ້ນ Pam Stone ຜູ້ຊ່ຽວຊານດ້ານສຸຂະພາບຈາກປະເທດ ອອສເຕເລີຍ ໄດ້ກ່າວໄວ້.
- ຂີງສາມາດຫຼຸດອາການຈຸກສຽບ
ສັບພະຄຸນຂອງຂີງສາມາດຫຼຸດອາການຈຸກສຽບໄດ້ດີ ເນື່ອງຈາກວ່າມີນໍ້າມັນຫອມລະເຫີຍ ເຊິ່ງສາມາດອອກລິດຄື ເມນທອສ (Menthol) ຊີນີອອລ (Cineole) ຈະໄປກະຕຸ້ນການເຮັດວຽກຂອງກ້າມເນື້ອທີ່ລະບົບທາງເດີນອາຫານໃຫ້ບີບຕົວຫຼາຍຂຶ້ນ ຈຶ່ງເກີດອາການຂັບລົມອອກມາ ຂີງຍັງຊ່ວຍປ້ອງກັນອາການປວດຮາກລະຫວ່າງການເດີນທາງ ເຊິ່ງຂີງຈະອອກລິດໂດຍຕົງຕໍ່ລະບົບທາງເດີນອາຫານບໍ່ເຮັດໃຫ້ເກີດອາການຢາກນອນ ໂດຍບໍ່ມີຜົນຂ້າງຄຽງທີ່ພົບໃນຢາແກ້ເມົາໃນປັດຈຸບັນ.
- ຂີງຊ່ວຍຮັກສາອາກການເຈັບຫົວ ຫຼືໄມເກຼນ
ຂີງສາມາດໃຊ້ຮັກສາອາການເຈັບຫົວໄດ້ ທັງເຈັບຫົວແບບສອງຂ້າງ ແລະ ຂ້າງດຽວ ຫຼືໄມເກຼນ ຜູ້ທີ່ມີອາການເຈັບຫົວຕະຫຼອດ ແນະນໍາໃຫ້ດື່ມນໍ້າຂີງເຂັ້ມຂຸ້ນເປັນປະຈໍາ ຫຼືບໍ່ ກໍກິນຂີງສົດໆເລີຍ ສານເຄມີທີ່ມີຢູ່ໃນຂີງຈະສາມາດປັບສານ ໄອໂຄຊານອຍ (eicosanoid) ເຮັດໃຫ້ອາການເຈັບຫົວບັນເທົາລົງ ເຊິ່ງຍັງ ໃຊ້ຂີງເພື່ອບັນເທົາອາການປວດໃນຮ່າງກາຍ ຈຶ່ງຖືໄດ້ວ່າຂີງເປັນສະໝຸນໄພອີກທາງເລືອກໜຶ່ງສໍາລັບຜູ້ມັກເປັນໄມເກຼນ ແລະ ຫາກໃຜມັກດື່ມນໍ້າຂີງຢູ່ແລ້ວກໍສາມາດດື່ມນໍ້າຂີງອຸ່ນໆເວລາເຈັບໄມເກຼນໄດ້ເຊັ່ນກັນ.
- ຂີງຊ່ວຍບັນເທົາອາການຂອງໂລກພູມແພ້
ຂີງຊ່ວຍຮັກສາອາການຂອງພູມແພ້ໄດ້ ເພາະໃນຂີງມີຄວາມເຜັດຮ້ອນທີ່ພໍດີ ຄວາມຮ້ອນຂອງຂີງເມື່ອກິນເຂົ້າໄປຈະຊ່ວຍຮັກສາອຸນຫະພູມໃນຮ່າງກາຍໃຫ້ອົບອຸ່ນຕະຫຼອດເວລາ ຂີງຈະຊ່ວຍຫຼຸດອາການໄອ, ຈາມ ແລະ ນໍ້າມູກໄດ້. ເມື່ອຂີງໃຫ້ຄວາມຮ້ອນ ຈຶ່ງເປັນຕົວເປີດທາງໃຫ້ເລືອດລົມເດີນໄດ້ສະດວກ ຂີງຈະໄປເປີດເສັ້ນເລືອດໃຫ້ສານອາຫານໄປລ້ຽງທົ່ວຮ່າງກາຍເຮັດໃຫ້ເລືອດໄຫຼວຽນໄດ້ດີ.