Breaking News

ຮ້ານອາຫານ ລາວ-ຫຼວງພະບາງ

ແບ່ງປັນ

ສຳລັບໃຜທີ່ຢາກກິນອາຫານທ້ອງຖິ່ນແຂວງຫຼວງພະບາງ ບໍ່ຈຳເປັນຕ້ອງໄປຮອດຫຼວງພະບາງກໍໄດ້ແລ້ວເດີ ເພາະຢູ່ໃນນະຄອນຫຼວງກໍສາມາດກິນໄດ້. ໃຜທີ່ເບື່ອອາຫານແບບອີຕາລີ, ຈີນ, ໄທ ອາຫານແບບສາກົນ ແນະນໍາໃຫ້ລອງມາຮ້ານນີ້ ຮັບຮອງຄວາມແຊບແບບທ້ອງຖິ່ນຕົ້ນຕຳລັບຣົດຊາດຈາກຫຼວງພະບາງແທ້ໆ ພ້ອມທັງວັດຖຸດິບ, ເຄື່ອງ ປຸງຕ່າງໆ ເຊັ່ນ: ປາແດກ, ໝາກກອກ, ໝາກເຂືອ… ແມ່ນສົ່ງມາຈາກຫຼວງພະບາງເມືອງມໍລະດົກໂລກ. ຮ້້ານອາຫານລາວ-ຫຼວງພະບາງ ທາງທີມງານຂວັນໃຈແມ່ນຢາກແນະນຳສຸດໆ ເພາະໄດ້ໄປທົດລອງຊີມມາແລ້ວຮັບຮອງຄວາມແຊບ, ສະອາດ ແລະ ການບໍລິການດີ ເປັນກັນເອງ ຕັ້ງຢູ່ຈຸດໃຈກາງເມືອງ ຫຼັງພະທາດຫຼວງວຽງຈັນ ສະຖານທີ່ສຳຄັນຂອງນະ ຄອນຫຼວງວຽງຈັນນີ້ເອງ.

ຈຸດເດັ່ນທີ່ແຕກຕ່າງຈາກຮ້ານອາຫານອື່ນໆໃນນະຄອນຫຼວງແມ່ນ ມີແຕ່ສະເພາະອາຫານທາງພາກເໜືອແຂວງຫຼວງພະບາງເທົ່ານັ້ນ. ເມນູອາຫານກໍຫຼາກຫຼາຍຢ່າງ ເຊັ່ນ: ອາຫານປະເພດຕໍາ, ປະເພດໝົກ ຕາມລະດູການ ເຊັ່ນ: ໝົກໄຄ, ໝົກໝາກເຜັດ, ໝົກດອກແຄ, ໝົກປານໍ້າຂອງ, ເອາະຫລາມ, ໝ້ຽງປາແດກ….ສ່ວນເມນູພິເສດທີ່ຢາກແນະນຳ ເມືອມາຮອດຮ້ານອາຫານລາວ-ຫຼວງພະບາງແລ້ວຕ້ອງກິນແມ່ນ ຕໍາຫຼວງພະບາງ, ອົ່ວສີໄຄ, ອົ່ວຫຼວງພະບາງ, ໝົກປາຟອກ, ພິເສດສຸດແມ່ນ ເອາະຫລາມ, ເອາະບອນ, ແກງໜໍ່ໄມ້ ແລະ ຕາດຖາດຫຼວງພະບາງ.

ສຳລັບການຕົກແຕ່ງຮ້ານແມ່ນ ສະໄຕ໌ຫຼວງພະບາງແບບເກົ່າໆ ປະສົມປະສານແບບໂມເດິນ ເບິ່ງແລ້ວທັນສະໄໝ ສຳລັບເຄື່ອງທີ່ນຳມາສະແດງເອ້ຍ້ອງແມ່ນເປັນເອກະລັກຂອງແຂວງຫຼວງພະບາງ, ເຂົ້າມາໃນຮ້ານຈະເນັ້ນແບບອົບອຸ່ນ ເປັນກັນເອງ ຄືກັບການກິນເຂົ້າຢູ່ເຮືອນເຈົ້າຂອງ, ສະຫງົບບໍ່ວຸ້ນວາຍ. ນອກຈາກມາລອງນັ່ງກິນອາຫານຢູ່ຮ້ານແລ້ວ,  ທາງຮ້ານຍັງບໍລິການນອກສະຖານທີ່ນຳອີກ ຈະເຮັດເປັນພາເຂົ້າ ຫຼື ເປັນບຸບເຟ້ ກໍມີບໍລິການຕາມສັ່ງ.

ສະຖານທີ່ຕັ້ງຢູ່ ຫຼັງພະທາດຫຼວງວຽງຈັນ, ບ້ານທາດຫຼວງກາງ ຖະໜົນຕັດໃໝ່ 450 ປີ. ເປີດທຸກໆວັນຈັນ-ວັນເສົາ ເວ ລາ 10:00-22:00 ໂມງ ເບີໂທຕິດຕໍ່ 030 5888835 ຫຼື 02055571777 ຖ້າສະດວກເຂົ້າໄປຕິດຕາມລາຍລະອຽດເມນູອາຫານເພີ່ມຕື່ມໄດ້ທາງ ເຟສບຸກ:  Lao-LuangPrabang ຮ້ານອາຫານ ລາວ-ຫຼວງພະບາງ.

 

ແບ່ງປັນ