Breaking News

ສາວລາວວ່າແນວໃດ!!! ໜຸ່ມໂມສ ຫຼືອ້າຍຈ໊ອຍ ຈາກລະຄອນດັງ “ບຸບເພສັນນິວາດ” ຫຼົງຮັກຫຼວງພະບາງຈົນຂໍ “ບໍ່ເມືອໄດ້ບໍ່”

ແບ່ງປັນ

ຫຼາຍຄົນຄົງຮູ້ຈັກກັນດີ ສໍາລັບອ້າຍຈ໊ອຍ ລູກນ້ອງຄົນສະນິດຂອງ ຄຸນພີ່ໝື່ນ ຈາກລະຄອນດັງ “ບຸບເພສັນນິວາດ” (ປະເທດໄທ) ທີ່ຫຼັງຈາກລະຄອນປິດຈໍໄປແລ້ວ ແຟນຄຣັບຕ່າງກໍຊອກຫາໂຕຈິງຂອງອ້າຍຈ໊ອຍ ວ່າໜ້າຕາຈະເປັນແນວໃດ? ຈະເຈົ້າຊູ້ຂະໜາດໃດ? ຈົນໃນທີ່ສຸດກໍໄດ້ຮູ້ຄວາມຈິງແລ້ວວ່າ ອ້າຍຈ໊ອຍ ນັ້ນແມ່ນມີຊື່ແທ້ວ່າ  ວິສະໂມສ ຫຼືໜຸ່ມໂມສ ນັ້ນເອງ… ເຊິ່ງໃນໄລຍະນັ້ນບໍ່ວ່າຈະໄປໃສກໍມັກຈະເຫັນຂ່າວຊວນສາວໆສ່ອງໜຸ່ມໂມສ ຫຼືອ້າຍຈ໊ອຍຢູ່ເຕັມໄປໝົດດດດ ຍ້ອນຄວາມຫລໍ່ເຫຼົາ ແລະ ໜ້າຮັກຂອງ ໜຸ່ມໂມສ ຈຶ່ງເຮັດໃຫ້ມີສາວໆຫຼາຍຄົນແຫ່ກັນເຂົ້າໄປຂໍເປັນ FC ກັນເຕັມ IG ກັນເລີຍ… ແລະ ເມື່ອບໍ່ດົນມານີ້ ໜຸ່ມໂມສເອງກໍໄດ້ເດີນທາງມາທ່ອງທ່ຽວຫຼວງພະບາງ ມາທ່ຽວຄົນດຽວແບບຊິວໆ ຖ່າຍຮູບຄູລໆ ກັບສະຖານທີ່ງາມໆຫຼາຍແຫ່ງ ພ້ອມກັບລົງແຄັບຊັ່ນວ່າ “ບໍ່ເມືອໄດ້ບໍ່” ເຮັດໃຫ້ສາວລາວກົດໃຈໃຫ້ລົວໆໃຫ້ເລີຍຈ່າາາາາ ຄົນອີ່ຫຍັງທັງຫລໍ່ ແຖມຍັງໜ້າຮັກແບບນີ້ສາວລາວຊິບໍ່ຫຼົງໄດ້ແນວດາຍຍຍ…

ໜຸ່ມໂມສ ທີ່ຫຼວງພະບາງ

ບໍ່ກັບໄດ້ບໍ່? ແອັດມິ້ນຂໍ 555

ອ້າຍຈ໊ອຍ ໃນລະຄອນ ບຸບເພສັນນິວາດ

ຂອບໃຈຮູບຈາກ: IG: wisamost

ແບ່ງປັນ