Breaking News

ເຊີນຊວນຄົນລາວ!! ຮ່ວມສົ່ງເສີມແມ່ຍິງລາວ ແລະ ສະໜັບສະໜູນຄວາມເປັນລາວ ໃນງານເທສະການອາຫານລາວ ຄັ້ງທີ 15 ປີ 2020

ແບ່ງປັນ

ຖືວ່າເປັນຄວາມສໍາເລັດຂອງແມ່ຍິງລາວ ແລະ ຄົນລາວອີກຢ່າງໜຶ່ງສໍາລັບງານເທສະການອາຫານລາວ ທີ່ຈັດໂດຍ ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບສູນກາງສະຫະພັນແມ່ຍິງ ແຫ່ງຊາດລາວ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໂດຍກິດຈະກໍານີ້ແມ່ນປະສົບຜົນສໍາເລັດມາແລ້ວ 14 ຄັ້ງ ແລະ ໃນວັນທີ 28-31 ມັງກອນ 2020 ແມ່ນຈະໄດ້ຈັດເປັນຄັ້ງທີ 15 ທີ່ຈະຍິ່ງໃຫຍ່ ແລະ ພິເສດກວ່າທຸກໆປີທີ່ຜ່ານມາ. ສະຖານທີ່ ຢູ່ທີ່ສວນເຈົ້າອານຸວົງ (ແຄມຂອງ) ນະຄອນຫຼວງວຽງຈັນ, ເລີ່ມແຕ່ເວລາ 9:00 ໂມງ- 20:00 ໂມງ.

ໂດຍງານຖະແຫຼງຂ່າວ ງານເທດສະການອາຫານລາວ 2020 (Lao Food Festival 2020) ໄດ້ຈັດຂຶ້ນຢ່າງເປັນທາງການແລ້ວ ໂດຍການເປັນປະທານຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ ແລະ ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ແລະ ຜູ້ສະໜັບສະໜູນງານເຂົ້າຮ່ວມ ເຊິ່ງເພິ່ນໄດ້ບອກໄວ້ໃນມື້ງານຖະແຫຼງຂ່າວແລ້ວວ່າ ປີນີ້ ຈະມີຮ້ານວາງສະແດງທັງໝົດ 190 ຮ້ານ ຈາກທັງໝົດ 18 ແຂວງທົ່ວປະເທດລາວ ມາຂາຍສິນຄ້າປະເພດຕ່າງໆເຊັ່ນ: ອາຫານ, ເຄື່ອງຫັດຖະກຳ, ກະສິກຳ ແລະ ຍັງມີສິນຄ້າຈາກ 6 ປະເທດອາຊຽນຄື: ຈາກສະຖານທູດກຳປູເຈຍ, ສິງກະໂປ, ໄທ, ຟິລິບປິນ, ມຽນມາ ແລະ ມາເລເຊຍ.

ພິເສດໄປກວ່ານັ້ນ, ຍັງມີການແຂ່ງຂັນປຸງແຕ່ງອາຫານພື້ນເມືອງທີ່ເປັນເອກະລັກຂອງ 17 ແຂວງ 1 ນະຄອນຫຼວງ ຈະແບ່ງການແຂ່ງຂັນອອກເປັນ 3 ພາກຄື: ເໜືອ,ກາງ ແລະ ໃຕ້ ແລ້ວເອົາຜູ້ຊະນະເລີດແຕ່ລະພາກມາແຂ່ງຂັນໃນມື້ສຸດທ້າຍວ່າ ພາກໃດ ແຂວງໃດຈະເປັນຜູ້ຊະນະເລີດໃນປີນີ້ເລື່ອງຂອງອາຫານພື້ນບ້ານທີ່ແຊບທີ່ສຸດ.  ນອກນີ້, ຍັງມີການຈຳໜ່າຍສະຫຼາກເພື່ອຊິງໂຊກຮັບລາງວັນ ຈາກໂຄງການ Inter Plast ແລະ ຍັງໄດ້ຊ່ວຍເຫຼືອຄົນເຈັບທີ່ຖືກໄຟໄໝ້, ນໍ້າຮ້ອນລວກ ແລະ ຄົນເຈັບອານາຖາອີກດ້ວຍ, ມີກິດຈະກຳກວດສຸຂະພາບ ຈາກ ດຣ.ສີວິໄຊ ທັມມະລັງສີ Lao Inter Clinic  ຈະບໍລິການກວດສຸຂະພາບຟຣີ 35 ລາຍການ ໃຫ້ກັບຜູ້ມາຮ່ວມງານໂດຍບໍ່ເສຍຄ່າໃຊ້ຈ່າຍ ແລະ ກໍຈະຮູ້ຜົນກວດທັນທີ.

 

ແບ່ງປັນ