ເປັນອີກ 1 ຄູ່ຮັກດາລາທີ່ແຟນຄຣັບເຊຍມາໂດຍຕະຫຼອດ ສໍາລັບຄູ່ໜຸ່ມ ໂທນີ່ ລາກແກ່ນ ລູກຊາຍຫົວແກ້ວຫົວແຫວນຂອງນັກຮ້ອງລູກທົ່ງໃນຕໍານານຄື ແມ່ບານເຢັນ ລາກແກ່ນ ທີ່ແຟນເພງຄົນລາວ (ລຸ້ນແມ່) ຄືຈະຮູ້ຈັກກັນດີ ກັບສາວແກ້ວ FFK ຫຼືແກ້ວ ເຟຍ ຟາງ ແກ້ວ ທີ່ເຮົາຮູ້ຈັກກັນດີໃນນາມນັກຮ້ອງດັງອີກ 1 ວົງຂອງອະດີດຄ່າຍເພງຊື່ດັງຂອງປະເທດໄທຄື ກາມິກກາເຊ່ ທີ່ຫຼັງຈາກເປີດຕົວວ່າຄົບກັນ ທັງແຟນຄຣັບ ແລະ ຄອບຄົວທັງສອງຝ່າຍຕ່າງກໍເຫັນດີ ແລະ ສະໜັບສະໜູນເຕັມທີ່ ໄລຍະຫຼັງມານີ້ ກໍມີຫຼາຍຄົນເຊຍອີກວ່າຢາກໃຫ້ທັງສອງແຕ່ງງານກັນ ລວມທັງເອຶ້ອຍຂອງໜຸ່ມໂທນີ່ ຄືສາວແຄນດີ່ ລາກແກ່ນ ກໍໄດ້ອອກມາໃຫ້ສໍາພາດວ່າ ນ້ອງທັງສອງໜ້າຮັກດີ ຕັ້ງແຕ່ຄົບກັບແກ້ວມາ ໂທນີ່ ປ່ຽນເປັນຜູ້ໃຫຍ່ຂຶ້ນຫຼາຍ ເຊື່ອວ່ານ້ອງຊາຍອາດຈະພົບຄົນທີ່ແມ່ນສໍາລັບລາວແລ້ວ ສ່ວນເລື່ອງການແຕ່ງງານກໍຢາກໃຫ້ນ້ອງເປັນຄົນຕັດສິນໃຈເອງ ສ່ວນຕົວ ແລະຄອບຄົວໃຫ້ອິດສະຫຼະແກ່ນ້ອງຢູ່ແລ້ວ…. ຈົນໃນທີ່ສຸດ ມື້ວານນີ້ ໜຸ່ມໂທນີ່ ກໍໄດ້ຈັດ Surprise ພ້ອມທັງຂໍສາວແກ້ວແຕ່ງງານ ທ່າມກາງໝູ່ເພື່ອນ ແລະ ຄອບຄົວຂອງທັງສອງ ງານນີ້ຕ້ອງບອກເລີຍວ່າ ຄົນທີ່ຟີນ ແລະ ເຂີນທີ່ສຸດຄົງຈະບໍ່ແມ່ນ ສາວແກ້ວຄົນດຽວ ແຕ່ເປັນບັນດາແຟນຄຣັບຂອງທັງສອງນັ້ນເອງ!!! ແນວໃດ ຂວັນໃຈ ກໍຂໍສະແດງຄວາມຍິນດີກັບທັງສອງນໍາເດີ້ ຂໍໃຫ້ຮັກກັນນິລັນດອນ ຈົນຖືໄມ້ເທົ້າຍອດທອງກະບອງຍອດເພັດເດີ້ຈ່າາາາ
ຢາກມີໂມເມັ້ນແບບນີ້ນໍາ…
ຜູ້ໃຫຍ່ຂອງທັງສອງຝ່າຍ…
ພ້ອມດ້ວຍຄອບຄົວ ແລະ ໝູ່ເພື່ອນ…
ອິດເບົາໆ
ຍິນດີນໍາເດີ້ ສາວແກ້ວ ນັກຮ້ອງທີ່ແອັດມິ້ນຖືເປັນ Idol
ມີສາກນໍ້າຕາແຕກນໍາຈ່າ
ຮູບພາບຈາກ: ຊູບຊິບອັບເດດ