Breaking News

ທັນວາເຮັດແບບນີ້ຂໍແຕ່ງງານ ຫຼືບໍ່!!! ທັນວາ-ກຣີນ ນັກສະແດງຊື່ດັງປະເທດໄທ….

ແບ່ງປັນ

ສຶກສາເບິ່ງໃຈກັນມາເກືອບ 5 ປີແລ້ວ ສໍາລັບຄວາມຮັກຂອງຄູ່ຫວານຂອງພະເອກໜຸ່ມ ທັນວາ ສຸລິຍະຈັກ (ໜຸ່ມສັນຊາດລາວ ເຊື້ອສາຍໄທ-ຫວຽດນາມ-ຈີນ ແລະ ຟຣັ່ງ ແຕ່ໄປໂດງດັງຢູ່ທີ່ປະເທດໄທ) ແລະ ນາງເອກສາວໄທ ກຣີນ ອັດສະຖາພອນ ທີ່ຈັບມືກັນຜ່ານເລື່ອງລາວຕ່າງໆ ທັງສຸກ ແລະ ທຸກ ລວມເຖິງການລົງທຶນຮ່ວມຫຸ້ນເປີດຮ້ານອາຫານຍີ່ປຸ່ນທີ່ ຈັງຫວັດຊຽງໃໝ່ ປະເທດໄທ ແລະ ອີກຫຼາຍທຸລະກິດ… ເຊິ່ງກ່ອນໜ້ານີ້ພະເອກໜຸ່ມຂອງເຮົາກໍເຄີຍເວົ້າວ່າ ຄິດເຖິງເລື່ອງແຕ່ງງານແດ່ແລ້ວ ແຕ່ຂໍເກັບເງິນສ້າງຮາກຖານໃຫ້ແນ່ນອນກ່ອນ!!!

ຫຼາສຸດ (ວັນທີ 9​ ສິງຫາທີ່ຜ່ານມາ) ໃນ IG ຂອງສາວກຣີນ ໄດ້ລົງຮູບທີ່ຕົວເອງກັບແຟນໜຸ່ມຄວງກັນໄປດິນເນີ່ ແຕ່ງານນີ້ພັດພົບເຊີໄພຣ້ດ້ວຍການທີ່ ໜຸ່ມທັນວາກອບດອກໄມ້ຊໍ້ໃຫຍ່ມາມອບໃຫ້ ພ້ອມແຄັບຊັ່ນລຸ້ນອີກວ່າ ກຣີ໊ດ!! ມາແບບບໍ່ທັນຕັ້ງຕົວ ຂອບໃຈເດີ້ ໃນຂະນະທີ່ທາງຝ່າຍຊາຍກໍໄດ້ລົງຮູບທີ່ຕົວເອງກໍາລັງຄຸກເຄົ່າມອບຊໍ່ດອກໄມ້ພ້ອມລະບຸວ່າ Thank you for everything

ເຫັນແບບນີ້ແລ້ວເຮັດໃຫ້ໝູ່ເພື່ອນໃນວົງການແຫ່ເຂົ້າມາຄອມເມັ້ນຮ່ວມນຍິນດີກັນຢ່າງລົ້ນຫຼາມ ແລະ ຍັງຖາມອີກວ່າ ໄດ້ເລິກງາມຍາມດີແຕ່ງມື້ໃດ? ງານນີ້ຈະແມ່ນຄືທີ່ຫຼາຍຄົນຄິດ ຫຼືບໍ່? ຄົງຕ້ອງລໍຟັງຄວາມຊັດເຈນຈາກປາກຂອງທັງຄູ່ອີກເທື່ອໜຶ່ງເນາະ…

ຮຽງຮຽງໂດຍ: Kuanjai Magazine ຮູບພາບຈາກ: Thanwa&Green Fanclub

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ