ຖືວ່າເປັນອີກນັກສະແດງສາວງາມທີ່ຝືມືການສະແດງບໍ່ເປັນສອງຮອງໃຜເລີຍ ສໍາລັບສາວ ຈັກຈັ່ນ ອະຄໍາສິຣິ ສຸວັນນະຄຸດ ດາຣາສາວຊື່ດັງປະເທດໄທ ທີ່ເຖິງວ່າຊ່ວງນີ້ຫຼາຍຄົນອາດຈະບໍ່ຄ່ອຍເຫັນຜົນງານການສະແດງຜ່ານໜ້າຈໍພໍເທົ່າໃດ ແຕ່ຊີວິດຂອງສາວຈັກຈັ່ນກໍຢູ່ໃນຊ່ວງທີ່ແຮັບປີ່ທີ່ສຸດ!!!

ໂດຍຫຼ້າສຸດ ສາວຈັກຈັ່ນ ກໍຫາກະໂພສຮູບ ເຄ ວັດທະນາ ແຟນໜຸ່ມນອກວົງການທີ່ຫາກໍຄົບກັນມາ 2 ປີ ສວມແຫວນແຕ່ງງານໄປແລ້ວເປັນທີ່ຮຽບຮ້ອຍ ເຊິ່ງຈັກຈັ່ນ ໄດ້ເຜີຍຮູບສຸດຫວານຜ່ານທາງ IG ພ້ອມລະບຸແຄັບຊັ່ນວ່າ “I do 21.08.2020 #jjkstories” ແລະ ງານນີ້ກໍມີບັນດາໝູ່ເພື່ອນພີ່ນ້ອງທັງໃນ ແລະ ນອກວົງການ ລວມເຖິງແຟນໆ ຕ່າງກໍເຂົ້າມາຮ່ວມສະແດງຄວາມຍິນດີກັບສາວຈັກຈັ່ນຢ່າງຫຼວງຫຼາຍ

ສໍາລັບວ່າທີ່ເຈົ້າບ່າວສຸດຫຼໍ່ຂອງສາວຈັກຈັ່ນນັ້ນ ຖ້າໄດ້ຮູ້ເຖິງໂປຣຟາຍເປັນຕ້ອງຮ້ອງ ວ້າວ ກັນຢ່າງແນ່ນອນ ເຊິ່ງ ເຄ ວັດທະນາ ຈະເລີນສັກວັດທະນາ ເປັນທາຍາດລຸ່ນທີ່ 2 ຂອງທຸລະກິດອະສັງຫລິມມະຊັບຊື່ດັງປະເທດໄທ ຕອນນີ້ກໍຮັກສາຕໍາແໜ່ງເປັນເຖິງ ຮອງກໍາມາທິການຜູ້ຈັດການຂອງບໍລິສັດ… ເທົ່ານັ້ນຍັງບໍ່ພໍ ໜຸ່ມເຄ ຍັງມີທຸລະກິດສ່ວນຕົວຄື ໝູ່ບ້ານທະເລຣີສອດທີ່ເກາະສະເມັດ ແລະ Blanc Patisserie ເຊິ່ງເປັນບໍລິການຜະລິດເຂົ້າໜົມສໍາລັບຄາເຝ່ ໂຮງແຮມ ແຄດເທິຣິ່ງ ແລະ ຍັງມີອີກຫຼາຍບໍລິສັດ!!!



ຂໍສະແດງຄວາມຍິນດີນໍາຫຼາຍໆເດີ້!!! ສາວ ຈັກຈັ່ນ


ຮຽບຮຽງໂດຍ: Kuanjai Magazine
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166+856 20 52172698ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine