ແອັງເຈີລາ ດໍຣາເທຍ ແມເຄີລ (Angela Dorothea Merkel) ນາຍົກລັດຖະມົນຕີເຢຍລະມັນ ແລະ ເປັນຜູ້ຍິງທີ່ມີອິດທິພົນສູງສຸດຂອງໂລກ ຫຼືທີ່ຮູ້ຈັກກັນໃນນາມ “ຜູ້ນໍາແຫ່ງໂລກເສລີ”
ເປັນກະແສທີ່ໂດ່ງດັງໃນໂລກອອນລາຍ ໃນເອີຣົບ ເມື່ອມີຄົນຖ່າຍຮູບ ທ່ານນາຍົກຍິງແຫ່ງປະເທດເຢຍລະມັນ ທ່ານ ນາງ Angela Dorothea Merke ອອກໄປຊື້ອາຫານການກິນແບບປະຊາຊົນຄົນທໍາມະດາທົ່ວໄປ ໂດຍທີ່ບໍ່ມີເຈົ້າໜ້າທີ່ປ້ອງກັນຮັກສາ ແລະ ຜູ້ທີ່ພາໄປກໍເປັນພຽງຍາມຄົນທໍາມະດາເທົ່ານັ້ນເອງ.



ເປັນພາບທີ່ເຫັນແລ້ວກໍໜ້າປະທັບໃຈແທ້ໆ ສົມເປັນແມ່ຍິງຂວັນໃຈຂອງຊາວໂລກອີ່ຫລີ!!
ຂອບໃຈຂໍ້ມູນຈາກ: Lao Youth Radio Lao Youth Radio FM 90.0 Mhz