Breaking News

ງານມະຫາກໍາບຸນຊ້າງ

ແບ່ງປັນ

ງານມະຫາກໍາບຸນຊ້າງ ຖືໄດ້ວ່າເປັນງານບຸນປເພນີປະຈໍາປີຂອງແຂວງ ເມື່ອເວົ້າເຖິງບຸນຊ້າງທ່ານຜູ້ອ່ານທີ່ໜ້າຮັກທັງຫຼາຍ ກໍຄົງຈະຄິດອອກເລີຍເນາະວ່າຢູ່ແຂວງໃດ ເຊິ່ງເປັນງານບຸນທີ່ມີຊື່ສຽງຂອງແຂວງໄຊຍະບູລີເລີຍກໍວ່າໄດ້ ແລະ ມື້ນີ້ ທີມງານ ຂວັນໃຈ ຈະມາແນະນໍາໃຫ້ທ່ານຜູ້ອ່ານທີ່ໜ້າຮັກໄດ້ຮູ້ຈັກກັບ ງານມະຫາກໍາບຸນຊ້າງ ແຂວງໄຊຍະບູລີ ພ້ອມໆກັນເລີຍ

ແຂວງໄຊຍະບູລີ ເຄີຍຂຶ້ນຊື່ວ່າເປັນແຂວງ ທີ່ມີຝູງຊ້າງຫຼາຍທີ່ສຸດໃນປະເທດລາວ ເຊິ່ງເພິ່ນໄດ້ມີການຈັດງານມະຫາກໍາບຸນຊ້າງຂຶ້ນ ໃນທຸກໆປີລະຫວ່າງວັນທີ 17 – 19 ກຸມພາ ເພື່ອເປັນການສົ່ງເສີມການອະນຸລັກຮັກສາຊ້າງທີ່ເປັນສັດຄູ່ບ້ານຄູ່ເມືອງຂອງຊາວລາວ ໃນງານບຸນດັ່ງກວ່າປະກອບມີກິດຈະກໍາຫຼາຍຢ່າງບໍ່ວ່າຈະເປັນການປະກວດນາງສາວທິດາບຸນຊ້າງ, ວິທີການເຝິກຊ້າງນ້ອຍ( ເອົາຊ້າງເຂົ້າເຂື່ອນ), ສາທິດການນໍາໃຊ້ແຮງງານຊ້າງ, ການບໍລິການຂີ່ຊ້າງ, ການອາບນໍ້າຊ້າງ ແລະ ອື່ນໆ ໃນແຕ່ລະປີຈະມີຊ້າງເຂົ້າຮ່ວມຫຼາຍກວ່າ 60 ເຊືອກ

ນອກຈາກນີ້ແລ້ວຍັງມີ ການສະແດງສິລະປະວັນນະຄະດີ ແລະ ການສາຍຮູບເງົາສາລະຄະດີກ່ຽວກັບຊ້າງ ພ້ອມທັງການສະແດງສິນຄ້າຕ່າງໆຈາກພາຍໃນ ແລະ ຕ່າງປະເທດ ເຊິ່ງເປັນທີ່ດຶງດູດໃຈຂອງນັກທ່ອງທ່ຽວ ຈາກທົ່ວທຸກສາລະທິດໃຫ້ຫຼັ່ງໄຫຼໄປຮ່ວມງານມະຫາກໍາບຸນຊ້າງໃນແຕ່ລະປີ ແລະ ນັບມື້ນັບຫຼາຍຂຶ້ນ ໃກ້ໆຈະຮອດແລ້ວງານບຸນແລ້ວ ຖ້າຍັງບໍ່ທັນວາງແຜນໄປທ່ຽວໃສລອງໄປທ່ຽວ ງານບຸນມະຫາກໍາບຸນຊ້າງ ລອງເບິ່ງເດີຮັບຮອງທ່ານຜູ້ອ່ານທີ່ໜ້າຮັກຈະບໍ່ຜິດຫວັງຢ່າງແນ່ນອນ

OLYMPUS DIGITAL CAMERA
ແບ່ງປັນ