Breaking News

ເກັ່ງຫຼາຍສາວ”ພິກກີ້”ຖອຍລົດໃຫມ່ປ້າຍແດງດ້ວຍເງິນຈາກເຫື່ອແຮງຕົນເອງ

ແບ່ງປັນ

ພິກກີ້ ພິລາລັກ ສີຫາລາດ ສາວງາມຜູ້ມີສະເຫນ່ນ້ອງສາວຫຼ້າຫນ້າຫວານຂອງ ແອັບເປີ້ນ ສີສະຫງຽນ ສີຫາລາດ. ສໍາຫລັບສາວ ພິກກີ້ ຄົນນີ້ຕ້ອງບອກເລີຍວ່ານອກຈາກໜ້າຕາດີ ແລະ ເຊັກຊີແລ້ວ ຍັງພຽບພ້ອມໄປດ້ວຍຄວາມສາມາດ, ເຮັດວຽກເກັ່ງ ເຊິ່ງຈະເຫັນໄດ້ວ່າພິກກີ້ນັ້ນໄດ້ຮັບວຽກເປັນພຣີເຊັນເຕີໂຄສະນາ ແລະ ໂຊທັງຄວາມສາມາດໃນການຮ້ອງເພງອອກມາໃຫ້ຟັງຢູ່ເລື້ອຍໆທາງຢູທູບ

ແນ່ນອນເຮັດວຽກມາເມື່ອຍໆ…!! ກໍຕ້ອງໄດ້ໃຫ້ຂອງຂວັນຕົວເອງແດ່ອີຫຍັງແດ່ແຫລະເນາະສາວພິກກີ້! ໂດຍເຊິ່ງຫຼ້າສຸດ ມື້ວັນທີ 22 ຕຸລາ 2020 ເປັນມື້ງາມຍາມດີ ສາວພິກກີ້ກໍໄດ້ຖອຍລົດໃຫມ່ປ້າຍແດງ ເຊິ່ງເປັນເງິນທີ່ຫາມາໄດ້ດ້ວຍເຫື່ອແຮງຂອງຕົວເອງ.

ດ້ວຍຄວາມພູມໃຈ ງານນີ້ທາງສາວແອັບເປີ້ນຜູ້ເປັນເອື້ອຍກໍໄດ້ໂພສເຖິງນ້ອງສາວຄົນເກັ່ງວ່າ: “ຖອຍລົດແລ້ວນ້ອງສາວເອື້ອຍ, ເທື່ອນີ້ຖອຍເອງ, ເລືອກເອງ, ອອກເງິນເອງ ພູມໃຈຕະຫຼອດທຸກເທື່ອທີ່ເຫັນນ້ອງໄດ້ເງິນ ຕື່ນເຊົ້າອອກຈາກບ້ານ ບາງເທື່ອເອື້ອຍຍັງບໍ່ທັນຕື່ນຊໍ້ານ້ອງໄປເຮັດວຽກແລ້ວ, ຕັ້ງແຕ່ປີ້ນຖືພາ ຜ່ານມາກໍາລັງຈະ 2 ປີ ບໍ່ຢາກຈະເຊື່ອວ່າມີແຕ່ພິກກີ້ໄປຈັດການທຸກຢ່າງ ພະນັກງານເກືອບ 60 ຊີວິດ ນາງຄຸມໝົດ ກັບມາເຮືອນຍັງມີເຮັດກິນໃຫ້ ຈູນີ່ (ຫຼານ), ແຕ່ລະເດືອນຍັງໃຫ້ເງິນເດືອນແມ່ອີກ ແລະ ທີ່ເວົ້າມານີ້ແມ່ນຄວາມຈິງທັງໝົດ ແລະ ອີກ 4 ປີ ໃນອານາຄົດ ພິກກີ້ຈະຊື້ເຮືອນເປັນຂອງຕົນເອງ”

ຂອບໃຈຂໍມູນຈາກ:

ແບ່ງປັນ