Breaking News

ຫຼາຍໆຄົນພາກັນອົກຫັກ!!! ຫຼັງຈາກມີຄໍາສັ່ງສາຍຟ້າແມບ 48 ຊົ່ວໂມງກ່ອນເລີ່ມງານ…

ແບ່ງປັນ

ເປັນອີກງານທີ່ຫຼາຍໆຄົນໃຫ້ຄວາມສົນໃຈ ແລະ ຕັ້ງໜ້າຕັ້ງຕາລໍຄອຍ ສໍາລັບງານ VangVieng Fest 2020 ແລະ ບັນດາແມ່ຄ້າຊາວຂາຍ, ເຈົ້າຂອງໂຮງແຮມ-ຣີສອດແຕ່ນ້ອຍຫາໃຫຍ່ ກໍໄດ້ພາກັນ ກະກຽມວາງແຜນຊື້ວັດຖຸດິບຕ່າງໆ ແລະ ລົງທຶນກະກຽມສະຖານທີ່ເພື່ອຕ້ອນຮັບແຂກທີ່ຈະມາຮ່ວມງານ, ແຕ່ສິ່ງທີ່ບໍ່ຄາດຄິດກໍເກີດຂຶ້ນເພາະມີຄໍາສັ່ງສາຍຟ້າແມບ 48 ຊົ່ວໂມງກ່ອນເລີ່ມງານ ໂດຍມີແຈ້ງການເລື່ອນງານ VangVieng Fest 2020 ອອກໄປແບບບໍ່ມີກຳນົດ ອີງຕາມ:

  1. ໃບແຈ້ງການຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ສະບັບເລກທີ 452/ຖວທ ວັນທີ 16 ທັນວາ
  2. ໃບແຈ້ງການຂອງຫ້ອງການແຂວງວຽງຈັນ ເລກທີ 650/ຫວຂ.ວຈ ໄດ້ມີຄຳສັ່ງໃຫ້ເລື່ອນການຈັດງານ Vangvieng Fest 6 ທີ່ຈະຈັດຂຶ້ນໃນວັນທີ 18-19 ທັນວານີ້.
    ທາງຜູ້ຈັດງານ ຮ່ວມກັບຜູ້ໃຫ້ການອຸປະຖຳຫລັກຄື ບໍລິສັດເບຍລາວ ຈຳກັດ ແລະ ຜູ້ອຸປະຖຳຮ່ວມອື່ນໆທັງຫມົດ ຈະປະຕິບັດຕາມໃບແຈ້ງການຢ່າງເຂັ້ມງວດ.
  • ເລື່ອນງານ “ສ່ວນວັນເວລາຈັດງານແມ່ນຈະແຈ້ງໃຫ້ໄວທີ່ສຸດ“
  • ຜູ້ຈັດຍິນດີສົ່ງເງິນຄ່າບັດຄືນ 100% ສຳລັບຜູ້ທີ່ບໍ່ສະດວກມາຮ່ວມງານໃນວັນເວລາໃຫມ່ໄດ້ “ສ່ວນວັນເວລາ ສະຖານທີ່ ຮັບເງິນຄືນແມ່ນຈະປະກາດໃຫ້ໄວທີ່ສຸດ“
  • ສຳລັບພໍ່ຄ້າແມ່ຄ້າຊາວຂ້າຍທີ່ຈອງBoothຂາຍອາຫານ ແລະ ເຄື່ອງດື່ມຖ້າບໍ່ສະດວກຂາຍໃນງານຫນ້າ ພວກເຮົາຍິນດີຄືນເງິນ100%.
    🙏🏻ຜູ້ຈັດງານມີຄວາມເຫັນໃຈ
  • ຜູ້ທີ່ຄອງຄອຍມາຮ່ວມງານພວກເຮົາ
  • ຜູ້ປະກອບການ ພໍ່ຄ້າຊາວຂາຍ ເມື່ອງວຽງວັງທີ່ກະກຽມຕ້ອນຮັບນັກທ່ອງທ່ຽວ
  • ສິນລະປີນທຸກຄົນທີ່ຕັ້ງໃຈສ້າງສັນຜົນງານເພື່ອມາສະແດງໃນງານພວກເຮົາ ລວມເຖິງທີມງານທຸກພາກສ່ວນທີ່ທຸມເທແຮງກາຍແຮງໃຈຈົນຮອດມື້ນີ້ໄດ້ 90% ແລ້ວ.

ດັ່ງນັ້ນ, ພວກເຮົາຈິ່ງຂໍອະໄພໃນຄວາມບໍ່ສະດວກມາໃນຄັ້ງນີ້ດ້ວຍ, ແລະ ຂໍສັນຍາວ່າຈະກັບມາຈັດງານເທດສະການດົນຕີຂອງຄົນລາວ ເພື່ອມອບຄວາມສຸກໃຫ້ຄົນລາວໃຫ້ເຕັມທີ່ດັ່ງເດີມໃຫ້ໄດ້ໄວທີ່ສຸດຢ່າງແນ່ນອນ.

ແບ່ງປັນ