Breaking News

ສາວໆຫຼາຍຄົນຄວນຮູ້! ວິທີຮັກສາສິວໃຫ້ເຫັນຜົນ ດ້ວຍວິທີງ່າຍໆ…

ແບ່ງປັນ

 ຮູ້ ຫຼື ບໍ່ ສິວເກີດຈາກຫຍັງ? ມື້ນີ້ຈະພາມາຮູ້ຈັກວິທີຮັກສານໍາກັນ ເຮົາມາເບິ່ງວິທີຮັກສາສິວໃຫ້ຫາຍດ້ວຍວິທີງ່າຍໆ ແຕ່ກໍຕ້ອງໃຊ້ເວລາແນ່ຈັກໜ້ອຍ ມື້ນີ້ຂັວນໃຈຈະພາແຟນໆໄປເບິ່ງວິທີຮັກສາສິວວ່າຈະມີຫຍັງແນ່!!! ໄປເບິ່ງນໍາກັນເລີຍ…

  • ລ້າງໜ້າໃຫ້ສະອາດ

ສິວແມ່ນເກີດຈາກການລ້າງໜ້າບໍ່ສະອາດບໍ່ຄວນລ້າງໜ້າຂອງທ່ານເລື້ອຍໆ ເພາະມັນຈະເຮັດໃຫ້ໃບໜ້າ ຂອງທ່ານແຫ້ງກວ່າເກົ່າ. ແລະ ກະຕຸ້ນໃຫ້ມີສິວເພີ່ມຂື້ນ ຖ້າແຕ່ງໜ້າຄວນເຊັດເຄື່ອງສໍາອາງອອກໃຫ້ ໝົດ. ບໍ່ຄວນໃຊ້ຄຣີນຊິງທີ່ຈະເຮັດໃຫ້ເກີດການອຸດຕັນຮູຂຸມຂົນ. ວິທີການລ້າງໜ້າໃຫ້ຖືກຕ້ອງແມ່ນສິ່ງທີ່ ຈຳເປັນ. ເຊິ່ງຕ້ອງລ້າງແບບແນວຕາມຂົນເພື່ອຄວາມສະອາດຂອງໃບໜ້າ ແລະ ເລິກເຊິ່ງກ່ວາເກົ່າມັນເປັນອີກວິທີງ່າຍໆທີ່ຈະຮັກສາສິວ.

ล้างหน้าสะอาด
  • ບໍ່ຄວນເອົາມືລູບໃບໜ້າ

ການເອົາມືລູບໃບໜ້າຂອງຕົວເອງຕະຫຼອດເຮັດໃຫ້ມີສິ່ງຕົກຄ້າງ ແລະ ກໍໃຫ້ເກີດສິວໄດ້ຄວນອົດທົນ ບໍ່ຄວນແກະ ຫຼື ບີບສິວເທິງໃບໜ້າຈະດີກວ່າ ນອກຈາກຈະເຮັດໃຫ້ເກີດສິວແລ້ວມັນຍັງເຮັດໃຫ້ໃບໜ້າມີນໍ້າມັນຕື່ມອີກ. ເພາະວ່າໃບໜ້າຂອງພວກເຮົາມີຕ່ອມເຫື່ອເມື່ອມີສຽງລົບກວນ, ມັນຈະກະຕຸ້ນຕ່ອມເຫື່ອທີ່ຢູ່ເທິງໃບໜ້າຂອງເຮົາຫຼາຍຂຶ້ນ.

การรักษาสิว
  • ມາກໜ້າດ້ວຍວິທີທໍາມະຊາດ

ສິ່ງທີ່ໄດ້ຈາກທໍາມະຊາດມັກດີສະເໜີ ວິທີແກ້ສິວດ້ວຍການມາກໜ້າເພື່ອຮັກສາສິວບັນເທົາອາການອັກເສບຂອງສິວໃຫ້ຫຼຸດລົງຈາກວັດຖຸດິບຕາມທໍາມະຊາດຈະຊ່ວຍໃຫ້ຜົວໜ້າດີຂຶ້ນ ແລະ ເຮົາບໍ່ຄວນພາດທີ່ຈະນໍາສູດມາກໜ້າຮັກສາສິວມາຝາກກັນ.

มาส์กหน้า
  • ໄຂ່ຂາວ ຊ່ວຍເຮັດຄວາມສະອາດຜິວໄດ້ດີ ແລະ ເລິກເຊິ່ງຖຶງຮູຂຸມຂົນ ພ້ອມທັງຍັງລອກສິວສ້ຽນໄດ້ນໍາອີກ.
  • ນໍ້າຜິ້ງ ຊ່ວຍຢັບຢັ້ງການຈະເລີນເຕີບໂຕຂອງແບັກທີເລຍທີ່ກໍໃຫ້ເກີດສິວໄດ້
  • ໝາກເຂືອ ມີສານຕ້ານອະນຸມູນອິດສະລະ ວິຕາມິນຊີ ແລະ ວິຕາມິນເອ ຈະຊ່ວຍຮັກສາສິວໄດ້ເປັນຢ່າງດີ
  • ໝາກແຕງ ໃຫ້ຄວາມຊຸ່ມຊື່ນກັບຜິວ, ລົດຄວາມມັນ ແລະ ຍັງຊ່ວຍເຮັດໃຫ້ໃບໜ້າກະຈ່າງໃສນໍາອີກ
  •  
  • ງົດຂອງມັນ

ອາຫານປະເພດຂອງມັນເປັນຕົວກະຕຸ້ນຫຼັກເຮັດໃຫ້ເກີດສິວ ເພາະເກີດຈາກໄຂມັນທີ່ຢູ່ໃຕ້ຜິວຂອງເຮົາ ການກິນອາຫານປະເພດໄຂມັນເປັນປະຈໍາມັກຈະເຮັດໃຫ້ຮ່າງກາຍຂັບໄຂມັນທີ່ບໍ່ຈໍາເປັນອອກມາເຊັ່ນ ຄວາມມັນເທິງໃບໜ້າຈົນເຮັດໃຫ້ເກີດການອຸດຕັນບໍລິເວນຮູຂຸມຂົນ ແລະ ເປັນຕົ້ນກໍາເນີດສິວໃນທີ່ສຸດ. ເພາະສະນັ້ນຄົນທີ່ມັກເປັນສິວຄວນຫຼີກລ້ຽງ ຫຼື ກິນໃຫ້ນ້ອຍລົງຈະເປັນການດີ.

  • ດື່ມນໍ້າໃຫ້ພຽງພໍ

ນອກຈາກຄວາມສົດຊື່ນທີ່ຮ່າງກາຍຂອງເຮົາຈະໄດ້ຮັບຈາກການດື່ມນໍ້າໃຫ້ພຽງພໍກັບປະລິມານທີ່ຮ່າງກາຍຕ້ອງການໃນແຕ່ລະມື້ແລ້ວ ຍັງຊ່ວຍໃຫ້ຜິວປັບຄວາມສົມດຸນດ້ວຍຕົວເອງໄດ້ເຊັ່ນກັນ ເພີ່ມຄວາມຊຸ່ມຊຶ່ນ, ລົດຄວາມມັນຂອງໃບໜ້າ, ລົດການເກີດລະຄາຍເຄືອງຕໍ່ຜິວ ແລະ ຊໍາລະລ້າງສານຜິດໃນຮ່າງກາຍຂອງເຮົາໄດ້ເປັນຢ່າງດີ ຖືວ່າເປັນອີກໜຶ່ງຕົວຊ່ວຍທີ່ດີ ພ້ອມຍັງເພື່ອສຸຂະພາບຜິວ ແລະ ລົດສິວໄດ້ດີອີກດ້ວຍ

ແບ່ງປັນ