Breaking News

ສາຍກິນບໍ່ຄວນພາດ!!!ກັບງານເທດສະການອາຫານລາວປີ 2021 ທີ່ຈະຈັດຂຶ້ນໃນວັນທີ 23 – 27 ກຸມພາ ນີ້.

ແບ່ງປັນ

ເພື່ອເປັນການບົ່ງບອກໃຫ້ມວນຊົນລາວໃນປັດຈຸບັນໄດ້ເຫັນພາບການຄ້າຂາຍແລກປ່ຽນສິນຄ້າກ່ຽວກັບອາຫານລາວໃນສະໄໝກ່ອນ, ຫຼ້າສຸດໃນຕອນບ່າຍຂອງວັນທີ 5 ກຸມພາ 2021 ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ຮ່ວມກັບ ສູນກາງ ສະຫະພັນແມ່ຍິງລາວ ໄດ້ຈັດງານຖະແຫຼງຂ່າວເທດສະການອາຫານລາວ ປະຈໍາປີ 2021 ຂຶ້ນ ທີ່ຮ້ານອາຫານ ເລີປາແດກ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງທ່ານນາງ ຈັນທະຈອນ ວົງໄຊ ປະທານ ຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ ພ້ອມທັງເປັນປະທານຄະນະກຳມະການຈັດງານເທດສະການອາຫານລາວປະຈຳປີ 2021 , ມີທ່ານນາງ ບົວຈັນ ສີຫານາດ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ສທຍ, ຜູ້ສະໜັບສະໜູນ, ບັນດາແຂກຖືກເຊີນ ແລະ ສື່ມວນຊົນເຂົ້າຮ່ວມ.

 ໃນພິທີດັ່ງກ່າວ, ທ່ານນາງ ຈັນທະຈອນ ວົງໄຊ ປະທານ ຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ ໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້ ພາຍໃຕ້ຄໍາຂວັນທີ່ວ່າ: ກິນ, ຢູ່, ຮຽນຮູ້ວິຖີລາວ  ກໍເພື່ອໃຫ້ຮູ້ເຖິງ ແນວຄວາມຄິດ ແລະ ບັນຍາກາດອັນໃໝ່ໃນການອະນຸລັກ: ອາຫານ, ການກິນຢູ່, ການດໍາລົງຊີວິດໃຫ້ເປັນແບບວັດທະນະທໍາ, ຮີດຄອງປະເພນີດັ້ງເດີມ ແລະ ປັບໃຫ້ເຂົ້າກັບຍຸກສະໄໝຂອງຄົນລາວພວກເຮົາ,  ເພື່ອເສີມສ້າງໃຫ້ເປັນບັນຍາກາດແບບສັງຄົມພື້ນເມືອງລາວ ທີ່ເຄີຍມີມາ. ສືບຕໍ່ຊຸກຍູ້, ສົ່ງເສີມແມ່ຍິງຜູ້ຜະລິດ, ຜູ້ປູກຝັງ, ລ້ຽງສັດ ປຸງແຕ່ງໃນຮ້ານອາຫານ, ໂຮງແຮມ,ຮ້ານຂາຍຍ່ອຍ ຈາກທ້ອງຖິ່ນຕ່າງໆ ແລະ ຈາກນະຄອນຫລວງວຽງຈັນໄດ້ມາວາງສະ​ແດງ ​ແລະ ຄ້າຂາຍແລກປ່ຽນນໍາກັນ, ເພື່ອປຸກລະດົມເຊີນຊວນຜູ້ປະກອບການ​ແມ່ຍິງ ໃນການ​ຜະ​ລິດ​ເປັນ​ສິນຄ້າ ໃຫ້ສາມາດສ້າງເຄືອຂ່າຍການຄ້າຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ ແລະພາກພື້ນ, ເພື່ອສົ່ງເສີມນະໂຍບາຍ ລາວທ່ຽວລາວ ແລະ ເພື່ອສາມາດຕອບສະໜອງສິນຄ້າຢ່າງພຽງພໍໃຫ້ແກ່ຜູ້ມາທ່ຽວຊົມໄດ້ຈັບຈ່າຍຊື້ຂາຍຢ່າງສະດວກສະບາຍ, ພ້ອມທັງເພື່ອໂຄສະນາເຜີຍແຜ່ການຫລຸດຜ່ອນພາວະໃຊ້ຖົງຢາງພາສຕິກ, ຫັນມານິຍົມຊົມໃຊ້ວັດຖຸທໍາມະຊາດຫຼາຍຂຶ້ນ ແລະ ພ້ອມບໍລິໂພກອາຫານພື້ນເມືອງລາວ ຈາກຜະລິດຕະພັນປອດສານພິດທີ່ດີຕໍ່ສຸຂະພາບ.

ງານທີ່ຈະຂຶ້ນໃນຄັ້ງນີ້ມີຮ້ານຄ້າທັງໝົດ 120 ຮ້ານ, ຮ້ານວາງສະແດງ ແລະ ຂາຍອາຫານ ມີ 104 ຮ້ານ, ສ່ວນຮ້ານວາງສະແດງ ແລະ ຂາຍປະເພດເຄື່ອງຫັດຖະກໍາ, ກະສິກຳ 16 ຮ້ານ, ຈາກພາຍໃນປະເທດທັງໝົດ. ໃນ 104 ຮ້ານ, ມີຮ້ານຈາກບັນດາສະຖານທູດບັນດາປະເທດອາຊຽນຕ່າງໆປະຈໍາ ສປປລາວ ທັງໝົດ 9 ປະເທດເຊັ່ນ: (ສະຖານທູດ ຫວຽດນາມ, ກໍາປູເຈຍ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟີລິບປິນ, ໄທ, ສິງກະໂປ,ບູໄນ).

ພ້ອມດຽວກັນນັ້ນ,ພາຍໃນງານຍັງຈະມີກິດຈະກຳທີ່ຫຼາກຫຼາຍບໍ່ວ່າຈະເປັນ ການປະກວດ ການຕົບແຕ່ງຮ້ານ, ການຈັດວາງພາຊະນະໃສ່ອາຫານ, ການວາງສະແດງເຄື່ອງຂາຍແບບລາວໆ, ໂດຍມີການມອບລາງວັນໃຫ້ຮ້ານທີ່ຊະນະການປະກວດໃນປີນີ້, ມີການຈັດຕັ້ງໂຄສະນາ ປຸກລະດົມຜູ້ມາວາງຂາຍເຄື່ອງ ໃຫ້ນຸ່ງຖືແບບລາວບູຮານ, ຈັດຕັ້ງກວດສຸຂະພາບຟຣີ ແລະ ກິດຈະອື່ນໆອີກຫຼາຍຢ່າງ.

ງານເທດສະການອາຫານປະຈໍາປີ 2021 ນີ້ ຈະຈັດຂຶ້ນ ລະຫວ່າງວັນທີ 23 -27/02/2021 ຢູ່ທີ່ສວນເຈົ້າອານຸວົງ (ແຄມຂອງ), ນະຄອນຫຼວງວຽງຈັນ, ເປັນເວລາ 5 ວັນເຕັມ. ໃຜທີ່ສົນໃຈສາມາດເຂົ້າມາຮ່ວມງານ ແລະ ເລືອກຊິມເລືອກຊື້ອາຫານ,ເຄື່ອງດື່ມ, ເຄື່ອງຫັດຖະກຳລາວ ໃນງານເທດສະການອາຫານລາວຄັ້ງພິເສດ: ກິນ, ຢູ່, ຮຽນຮູ້ວິຖີລາວ  2021 ລາວ ທ່ຽວລາວ ຢ່າງມີຄວາມສຸກ ໃນຄັ້ງນີ້ໄດ້.

ແບ່ງປັນ