ຄົນໂສດຕ່າງກໍສະແຫວງຫາຄວາມສໍາພັນທີ່ມີຄວາມຮັກແບບຍືນຍາວ ບໍ່ແມ່ນຈະຟ້າວທີ່ຈະມີຄວາມຮັກໃນຄັ້ງໃໝ່ຢູ່ເລື້ອຍໆ ເພາະກວ່າຈະເຊົາເຈັບຈາກຄວາມຮັກມັນບໍ່ແມ່ນເລື່ອງງ່າຍ ແລະ ການເລີ່ມຕົ້ນໃໝ່ກັບໃຜຈັກຄົນເມື່ອໄດ້ຮັກແລ້ວກໍທຸ່ມເທ ແລະ ຢາກໃຫ້ເປັນຮັກຄັ້ງສຸດທ້າຍໃນຊີວິດ. ມື້ນີ້ແອັດຈະມາເອົາໃຈສາວໂສດກັນແນ່ຈັກໜ້ອຍໜຶ່ງ…
ຄົນເຮົາແຕ່ລະຄົນກໍມີເອກະລັກ ແລະ ນິໄສເປັນຂອງຕົວເອງທີ່ແຕກຕ່າງກັນໄປ ການທີ່ເຮົາຈະຮຽນຮູ້ ຫຼືຮູ້ຈັກໃຜຈັກຄົນໃຫ້ຫຼາຍຂຶ້ນ ເລີ່ມແລກກໍຍັງບໍ່ກ້າສະແດງຕົວຕົນຂອງຕົວເອງອອກມາ ຫຼືເອີ້ນວ່າ ຊ່ວງໂປໂມຊັ່ນ ແຕ່ກໍບໍ່ໄດ້ເປັນໝົດທຸກຄົນ.
“ຄົນເຮົາບໍ່ມີໃຜ Perfcet ໄປທຸກເລື່ອງດອກ” ແລະ ກໍບໍ່ມີໃຜບອກຈຸດດ້ອຍຂອງຕົວເອງໃຫ້ໃຜຮູ້ ເມື່ອຮອດເວລາເຮົາຈະຮຽນຮູ້ໄດ້ເອງ ຄ່ອຍໆປັບຕົວເຂົ້າຫາກັນ ຍອມຮັບໃນຄວາມແຕກຕ່າງ ແລະ ສ້າງຈຸດທີ່ຄືກັນໄດ້ ຫຼືສຸດທ້າຍແລ້ວຄົ້ນພົບວ່າ ບໍ່ສາມາດຮ່ວມທາງກັນໄດ້ ກໍຕ້ອງຍອມຮັບ ແລະ ເລີກລາກັນໄປມັນກໍເປັນເລື່ອງທໍາມະດາ
“ໂລກບໍ່ໄດ້ສົ່ງຄົນຮັກມາໃຫ້ພຽງແຕ່ຄົນດຽວ” ເຮົາກໍຕ່າງມີຫົວໃຈຄົນລະດວງທີ່ເຕີບໃຫຍ່ມາພ້ອມກັບຕົວເຮົາເອງ ສະນັ້ນ, ມຸມມອງໃນຄວາມຮັກທີ່ເຮົາມີຕໍ່ການພົບກັນໃນທຸກຄວາມສໍາພັນນັ້ນ ຈະແຕກຕ່າງຕາມອາຍຸ ແລະ ປະສົບການຄວາມຮັກທີ່ຜ່ານມາ

ເມື່ອເຮົາພົບກັບຄວາມຮັກທີ່ບໍ່ສວຍງາມ ແນ່ນອນວ່າຈະຕ້ອງມີການເລີກລາ ມັນຈະມີໂອກາດໃໝ່ເຂົ້າມາສະເໜີ ພຽງແຕ່ເຮົາຈະພົບໃຜທີ່ເຮັດໃຫ້ເຮົາຮູ້ສຶກດີ ແລະ ພິເສດສໍາລັບເຮົາ ແລະ ເຮົາຈະເລືອກຄົນທີ່ດີກວ່າເກົ່າ ເພາະວ່າປະສົບການຮັກຄັ້ງເກົ່າຈະສອນໃຫ້ເຮົາຮູ້ວ່າ ແມ່ນຫຍັງທີ່ເຮົາເບິ່ງຂ້າມ ຫຼືເຮັດໃຫ້ເຮົາບໍ່ສົມຫວັງກັບຄົນຮັກ ສະນັ້ນ, ກໍບໍແປກທີ່ເຮົາຈະຖ້າໃຜຈັກຄົນທີ່ດີກວ່າຮັກຄັ້ງກ່ອນ

ເມື່ອຮອດມື້ໜຶ່ງເຈົ້າຈະພົບຮັກກັບຄົນທີ່ເຈົ້າຖ້າມາດົນ ເຈົ້າຈະໄດ້ຮູ້ວ່າມັນຄຸ້ມຄ່າກັບການທີ່ຄອຍຖ້າມາດົນ ເສັ້ນທາງຊີວິດຄູ່ທີ່ດີຈະຮ່ວມກັນສ້າງ ແລະ ຍ່າງຈັບມືກັນໄປ…
ຮຽບຮຽງໂດຍ: Kuanjai Magazine
ຂໍ້ມຸນຈາກ: Youngsoad ຍັງໂສດ