Breaking News

ມາເບິ່ງ 5 ວິທີ ທີ່ຈະເຮັດໃຫ້ສາວໆງາມ ແລະ ແພງ!!! ໃນສາຍຕາໜຸ່ມໆ…

ແບ່ງປັນ

ເຊື່ອວ່າສາວໆທຸກຄົນມີຄວາມງາມ ແລະ ສະເໜ່ທີ່ບໍ່ຄືກັນ ແຕ່ແອັດບໍ່ໄດ້ໝາຍເຖິງໜ້າຕາແຕ່ພຽງຢ່າງດຽວ ເພາະຄວາມງາມຕ້ອງມາຈາກພາຍໃນ ແລະ ພາຍນອກ.​ ມື້ນີ້ເຮົາມາເບິ່ງ 5 ວິທີ ທີ່ຈະເອົາຄວາມງາມມາມັດໃຈໜຸ່ມໆ ພ້ອມທັງເຮັດໃຫ້ສາວໆງາມແບບມີຄຸນຄ່າ.

1 ມີຄວາມໝັ້ນໃຈໃນຕົນເອງ

ໂຈດນີ້ບໍ່ຍາກ ແລະ ກໍບໍ່ງ່າຍ ເພາະກ່ອນທີ່ເຮົາຈະເຮັດຫຍັງກໍຕາມ ຕ້ອງມີຄວາມໝັ້ນໃຈ ເຊິ່ງສາວໆ ສາມາດສ້າງຄວາມໝັ້ນໃຈທັງຮູບຮ່າງໜ້າຕາ (ແຕ່ງໜ້າ, ທາປາກ, ​ແຕ່ງໂຕຕາມ Style ຕົນເອງ…) ແລະ ການວາງໂຕ ( ການຍິ້ມ​, ການຫົວ, ການເວົ້າ…) ເພາະຢາກເບິ່ງຄືແພງ! ຕ້ອງເຮັດຕົນເອງໃຫ້ສະຫງ່າ ແລະ ໜັ້ນໃຈຢູ່ສະເໝີ.

2 ຮູ້ຈັກຄຸນຄ່າໃນຕົນເອງ

ກ່ອນທີ່ເຮົາຈະຮູ້ຄຸນຄ່າຂອງຄົນອື່ນ ຫຼືຄົນອື່ນຈະຮູ້ຄຸນຄ່າຂອງເຮົາ ເຮົາຕ້ອງຮູ້ຈັກຄຸນຄ່າຂອງຕົນເອງສາກ່ອນ ເພາະສິ່ງນີ້ເປັນສິ່ງທີ່ສຳຄັນທີ່ສຸດ. ພ້ອມກັນນັ້ນ, ຫ້າມຄິດວ່າເຮົາບໍ່ດີ,​ ຫ້າມຄິດວ່າເຮົາດ້ອຍ ເພາະເຮົາກໍມີຄຸນຄ່າ ແລະ ມີຢຸດຢືນຄືກັບຄົນອື່ນ. ເມື່ອເຮົາຮູ້ຄຸນຄ່າຂອງຕົນເອງ ເຮົາຈະພົບຜູ້ຊາຍທີ່ມີຄຸນຄ່າພໍທີ່ເຮົາຈະແບ່ງຫົວໃຈດວງນ້ອຍໆໃຫ້ເຂົາເຈົ້າ.

เรื่องจริงที่ผู้หญิงควรอ่าน รักตัวเองให้เป็น…อย่าฝากชีวิตไว้กับใคร  โดยเฉพาะเรื่องเงินทอง – JITSOOK

3 ບໍ່ຍອມຮັບໃນສິ່ງທີ່ບໍ່ຖືກຕ້ອງ

ການບໍ່ຍອມຮັບສິ່ງທີ່ບໍ່ຖືກຕ້ອງ ໝາຍເຖິງເມື່ອມີຄົນເຮັດພຶດຕິກຳທີ່ບໍ່ດີ ເຊັ່ນ:​ ການດູຖູກເພດ, ດູຖູກຜູ້ມີບຸນຄຸນ ຫຼືສິ່ງອື່ນທີ່ຮ້າຍແຮງ, ສາວໆຫ້າມຍອມເດັດຂາດ ເພາະຖ້າຍອມສິ່ງນີ້ຈະເຮັດໃຫ້ສາວໆບໍ່ມີຄຸນຄ່າ, ແຕ່ກົງກັນຂ້າມເມື່ອເຮົາຮູ້ວ່າຜິດແລ້ວເຮົາສະແດງຄຳຄິດເຫັນ ຫຼືຂັດຄ້ານ ເຮົາຈະຍິ່ງເພີ່ມຄຸນຄ່າໃຫ້ໂຕຂອງເຮົາເອງ.

4 ການໃຫ້ກຽດ

ບໍ່ວ່າຈະຍິງ ຫຼືຊາຍ ການໃຫ້ກຽດກັນເປັນເລື່ອງສຳຄັນ ເພາະມັນເປັນເລື່ອງທີ່ລະອຽດອ່ອນເຊັ່ນ:​ ການຍອມໃນບາງເລື່ອງທີ່ບໍ່ຮ້າຍແຮງ ກົງກັນຂ້າມກັບຂໍ້ທີ 3, ການເວົ້າຈາ ແລະ ສະແດງພຶດຕິກຳຕ່າງໆ ທີ່ເປັນການໃຫ້ກຽດອີກຝ່າຍ ຈະເຮັດໃຫ້ສາວໆເບິ່ງງາມ ແລະ ແພງ ຂຶ້ນມາເອງ, ເພາະສາວໆລອງຕັດພາບໄປທີ່ຄູ່ຮັກຜິດຖຽງກັນໂດຍໃຊ້ຖ້ອຍຄຳບໍ່ສຸພາບ ແລະ ພຶດຕິກຳອັນຮຸນແຮງ ຈະເປັນແນວໃດ?

5 ເປັນໂຕຂອງໂຕເອງ ຢ່າຕິດເຂົາຫຼາຍເກີນໄປ

ການເປັນໂຕຂອງໂຕເອງ ຄ້າຍຄືກັບຂໍ້ທຳອິດທີ່ສະແດງຄວາມໝັ້ນໃຈ, ແຕ່ໃນຂໍ້ນີ້ ການເປັນໂຕຂອງໂຕເອງຄືການເຮັດສິ່ງຕ່າງໆ ທີ່ເປັນໂຕຂອງເຮົາແທ້ໆ ເຮົາເຮັດແລ້ວມັນມີຄວາມສຸກ ແລະ ບໍ່ຜິດໃຜກໍເຮັດໄປ ບໍ່ແມ່ນຈະຮຽນແບບຄົນອື່ນໄປທຸກຢ່າງ ແລະ ສິ່ງສຳຄັນ ຢ່າຕິດເຂົາຫຼາຍເກີນໄປ ຈູ້ຈີ້ຈຸກຈິກ ຈະຍິ່ງເຮັດໃຫ້ເຂົາເບື່ອ. ເພາະສະນັ້ນ,​ ຕ່າງຝ່າຍກໍຕ້ອງປ່ອຍເວລາສ່ວນໂຕຂອງກັນ ແລະ ກັນ ເພື່ອທີ່ທັງສອງຈະໄດ້ສະແດງຄວາມເປັນໂຕເອງ.

20 ท่าโพสถ่ายรูปกับท้องฟ้าแบบฮิปสเตอร์ ให้สวยเก๋เพิ่มยอดไลค์ – AkeruFeed
ແບ່ງປັນ