Breaking News

4 ຂໍ້ຄິດດີໆ ທີ່ໄດ້ຈາກການຄິດບວກ ສ້າງແຮງບັນດານໃຈໃຫ້ກັບຄົນເຮັດວຽກໄດ້ດີທີ່ສຸດ!!!

ແບ່ງປັນ

ການຄິດບວດ ຄືຄວາມຄິດ ຈິດໃຈ ອາລົມ-ຄວາມຮູ້ສຶກ ແລະ ທັດສະນະຄະຕິໃນດ້ານດີທັງຕໍ່ຕົວເອງ ສິ່ງຂອງ ເຫດການ ແລະ ເພື່ອນຮ່ວມງານອ້ອມຂ້ງ…

ເນື່ອງຈາກວ່າການຄິກບວດ ເຮັດໃຫ້ຮ່າງກາຍຈະລັງຮໍໂມນຄວາມສຸກອອກສູ່ກະແສເລືອດ ຫົວໃຈຈະເຕັ້ນຊ້າລົງ ຫາຍໃຈຊ້າລົງ ຄວາມດັນເລືອດຫຼຸດລົງ ພູມຕ້ານທານເພີ່ມຂຶ້ນ ອາລົມສົດໄສ ປອດໂປ່ງ ມີອາລົມເຮຮາ ຄວາມຄິດລື່ນໄຫຼ ຮູ້ສຶກຕົວ ແລະ ກະຕືລືລົ້ນ ໄຝ່ຮູ້ ມີຄວາມຫວັງ ເບິ່ງເຫັນໂອກາດ ສົ່ງຜົນໃຫ້ເຂົ້າກັບເພື່ອນຮ່ວມງານໄດ້ດີ ແກ້ບັນຫາໄດ້ຢ່າງສົມເຫດສົມຜົນ ຄວາມກ້າວໜ້າໃນໜ້າທີ່ການງານກໍຕາມມາ ໂດຍຜ່ານເຄັດລັບຄິດບວກ 4 ຂໍ້ຄິດ ສ້າງຄວາມສຸກໃນການເຮັດວຽກຕໍ່ໄປນີ້…

  1. ເບິ່ງຕົວເອງວ່າດີ ແລະ ມີຄຸນຄ່າໃນທຸກໆມື້

ໂດຍໃຫ້ຄໍານຶງເຖິງຄວາມດີ ຄວາມໂຊກດີຂອງຕົວເອງ ເລີ່ມຕັ້ງແຕ່ຕື່ນນອນ ໃຫ້ຍິ້ມໃຫ້ກັບຕົວເອງ ແລ້ວຄິດວ່າໂຊກດີທີ່ຕົນເອງຕື່ນມາແລ້ວຍັງມີລົມຫາຍໃຈ ແລະ ຮ່າງກາຍຢູ່ ໃຫ້ຄິດເຖິງຄວາມດີທີ່ຕົນເອງເຮັດໃນມື້ວານ ຫຼືໃນອະດີດທີ່ຄິດອອກ ເຮັດຕະຫຼອດ ຊໍ້າໆ ຈົນເຊື່ອວ່າຕົວເອງເປັນຄົນດີ ມີນໍ້າໃຈ ມີຄວາມສາມາດເຮັດວຽກໄດ້ ຈະເຮັດໃຫ້ເຈົ້າຮູ້ສຶກພູມໃຈ ອີ່ມໃຈ ຢາກມີຊີວິດຢູ່ ແລະ ເຮັດຄວາມດີໃຫ້ກັບຊີວິດຕໍ່ໄປ ອວຍພອນ ແລະ ຍ້ອງຍໍຕົວເອງ ບໍ່ຕ້ອງຖ້າໃຫ້ຄົນອື່ນມາຍ້ອງ ອາດຈະບໍ່ແມ່ນຄືທີ່ຄິດໄວ້…

2. ເບິ່ງເພື່ອນຮ່ວມງານ-ຄົນອ້ອມຂ້າງວ່າເປັນຄົນດີ ແລະ ມີຄຸນຄ່າ

ຄົນເຮົາບໍ່ສາມາດຢູ່ຄົນດຽວໄດ້ ວຽກຈະສໍາເລັດຈໍາເປັນຕ້ອງໄດ້ຮ່ວມມືກັນ ຄິດຕະຫຼອດ ຊໍ້າໆ ວ່າເພື່ອນຮ່ວມງານ ແລະ ຄົນອ້ອມຂ້າງມີຄຸນຄ່າສໍາລັບເຈົ້າ ແຕ່ລະຄົນມີຄວາມເກັ່ງ ຄວາມສາມາດທີ່ແຕກຕ່າງ ແລະ ຫຼາກຫຼາຍ ເບິ່ງຢ່າງສ້າງສັນດ້ວຍການຫຼອມລວມຄວາມຫຼາກຫຼາຍ ແລະ ເຊື່ອມປະສານວຽກກັນຢ່າງມີສີລະປະ ຈະສ້າງຄວາມແຂງແກ່ນໃຫ້ກັບທີມງານ ແລະ ພັັດທະນາການເຮັດວຽກໃຫ້ສໍາເລັດຢ່າງມີປະສິດທິພາບ

รวมเหล่างานที่นักศึกษาจบใหม่ต่างพากันไม่เข้าสมัคร - A Vibrant Local Economy  Is Everyone's Business

3. ເບິ່ງວຽກອົງກອນວ່າດີ ແລະ ມີຄຸນຄ່າ

ປັບປ່ຽນມຸມມອງຄວາມຄິດຂອງຕົວເອງວ່າວຽກ ແລະ ອົງກອນທີ່ເຮັດວຽກຢູ່ດີແນວໃດ ມີຄຸນຄ່າແນວໃດ ບໍ່ວ່າຈະເປັນເລື່ອງນ້ອຍໆ ຫຼືມີຜົນກະທົບຕໍ່ສັງຄົມໂດຍລວມ ເຊັ່ນ ການແຍກຂີ້ເຫຍື້ອ ການປະຢັດໄຟຟ້າ ປະຢັດນໍ້າ ມີໂອກາດພົບຜູ້ຄົນ ແລະ ເພື່ອນຮ່ວມງານໃໝ່ໆ ແລະ ທີ່ສໍາຄັນ ເປັນແຫຼ່ງລາຍໄດ້ລ້ຽງຊີບຂອງເຮົາຕະຫຼອດເດືອນ-ປີ ຄິດຕະຫຼອດ ຊໍ້າ ຈະເຮັດໃຫ້ຮູ້ສຶກພູມໃຈໃນວຽກ ແລະ ອົງກອນ ສົ່ງຜົນໃຫ້ເຫັນຊ່ອງທາງການພັດທະນາວຽກ ແລະ ຈະເລີນກ້າວໜ້າໄປອີກຂັ້ນ.

4. ເບິ່ງຢ່າງມີຄວາມຫວັງເບິ່ງອະນາຄົດວ່າຈະຕ້ອງດີ ແລະ ມີຄຸນຄ່າ

ເມື່ອເຈົ້າຄິດວ່າຄວາມດີຫຼັກໆ 3 ຫົວຂໍ້ດ້ານເທິງ ຄືສິ່ງຢືນຢັນວ່າໃນມື້ນີ້ຂອງເຈົ້າມີແຕ່ຄົນດີ ແລະ ສິ່ງດີໆອ້ອມຕົວ ເຮັດໃຫ້ໝັ້ນໃຈວ່າມີຄວາມຫວັງ ແລະ ອະນາຄົດຈະຕ້ອງດີໄປນໍາ ໝັ້ນໃຈໄດ້ວ່າຖ້າປັດຈຸບັນໄດ້ເຮັດດີທີ່ສຸດຕາມຄວາມສາມາດ ຄວາມຕັ້ງໃຈແລ້ວ ທີ່ເຫຼືອກໍການທົບທວນ ປັບປຸງ ພັດທະນາໃຫ້ທຸກຢ່າງສໍາເລັດສົມບູນຫຼາຍຍິ່ງຂຶ້ນ

ດັ່ງນັ້ນ ຖ້າສາວໆ ທັງຫຼາຍສາມາດປັບປ່ຽນທັດສະນະຄະຕິ ແລະ ມຸມມອງໃຫ້ເປັນທາງບວກຕາມ 4 ຂໍ້ນີ້ ແນ່ນອນວ່າ ຄວາມສຸກ ແລະ ຄວາມສໍາເລັດໃນຊີວິດສ່ວນຕົວ ແລະ ການເຮັດວຽກກໍຈະຕ້ອງດີຂຶ້ນ ແລະ ມີຄຸນຄ່າໄປນໍາ.

ຮຽບຮຽງໂດຍ: Kuanjai Magazine

ທີ່ມາ: sanook

ແບ່ງປັນ