- ຢ່າຄໍ້າປະກັນໃຫ້ໃຜ
ຂໍ້ນີ້ສໍາຄັນຫຼາຍບໍ່ຄວນຄໍ້າປະກັນໃຫ້ໃຜແບບງ່າຍດາຍ ບໍ່ວ່າຈະຄົນຮັກແພງໃກ້ຊິດກັນກໍ່ຕາມ ເພາະຫຼາຍໆຄົນມັກເຈີປັນຫາກັບເລື່ອງແບບນີ້ມາຫຼາຍ ເພາະວ່າການຄໍ້າປະກັນໃຫ້ບຸກຄົນໃດໜຶ່ງຖ້າເຂົາບໍ່ຊໍາລະກໍຖືວ່າຜູ້ຄໍ້າປະກັນຕ້ອງທົດແທນລູກໜີ້ທີ່ບໍ່ຍອມຊໍາລະເງິນ ໃນຍາມວິກິດແບບນີ້ກໍ່ມີລູກໜີ້ຈໍານວນຫຼາຍທີ່ສວຍໂອກາດຫຼືກໜີໜິ້ນສິນ
2. ບໍ່ຄວນລົງທຶນເຮັດທຸລະກິດໃໝ່
ໃນເວລາທີ່ເສດຖະກິດບໍ່ດີແນ່ນອນ, ການຄ້າ, ການຂາຍ ຫລື ຜົນກຳໄລຈະຫຼຸດລົງຢ່າງແນ່ນອນ. ຜູ້ປະກອບການທັງຫຼາຍກໍກຳລັງຊອກຫາວິທີທາງເພື່ອເພີ່ມລາຍໄດ້ເພື່ອເຮັດໃຫ້ຍອດຂາຍ ແລະ ຜົນກຳໄລກັບມາ. ວິທີໜຶ່ງໃນການເພີ່ມກຳໄລແມ່ນການລົງທືນເພີ່ມເຕີມຈະເປີດສາຂາ ໃໝ່ເພື່ອເພີ່ມຍອດຂາຍ ຫຼື ຢ່າງອື່ນທີ່ຕ້ອງການເງິນຫຼາຍ, ຂໍບອກວ່າໃຫ້ຢຸດພັກກ່ອນເພາະມັນອາດຈະເປັນຄວາມສ່ຽງທີ່ເພີ່ມຂື້ນ. ນອກຈາກນັ້ນ, ຖ້າການລົງທືນເພີ່ມຕ້ອງໄດ້ຢືມໜີ້ຫຼາຍຂື້ນ. ຕ້ອງການເພີ່ມຄວາມລະມັດລະວັງເພາະວ່າໄລຍະເວລາການຄຸມທຶນ ແມ່ນແຕ່ເວລາທີ່ເສດຖະກິດບໍ່ດີຈະມີຫຼາຍ. ຖ້າຫາກຕ້ອງການເພື່ອເພີ່ມຍອດຂາຍໃຫ້ກັບມາ, ອາດຈະເລີ່ມຈາກການຫຼຸດຜ່ອນລາຍຈ່າຍ ຫຼື ຖ້າເປັນຄົນຄ້າຂາຍອາດຈະຕໍ່ ຫຼື ຂະຫຍາຍເວລາການເປີດ - ປິດອອກໄປ

3. ຢ່ານໍາເອົາເງິນເກັບມາໃຊ້
ບາງຄົນບໍ່ໄດ້ມີບັນຫາເລື່ອງການເງິນ ຫຼື ເສດຖະກິດ ຫຼື ອາດຈະຍັງບໍ່ຮູ້ສຶກວ່າຕົນໄດ້ຮັບຜົນກະທົບຈາກພາວະເສດຖະກິດ ເລີຍເຮັດໃຫ້ບໍ່ມີຄວາມບໍ່ກັງວົນ ຈຶ່ງນໍາເງິນທີ່ເກັບອອກມາໃຊ້ແບບບໍ່ຈໍາເປັນ ຈົນສຸດທ້າຍໃຍບາມເສດຖະກິດບໍ່ດີອາດແບບນີ້ເກີດເຫດສຸກເສີນເຮັດໃຫ້ບໍ່ມີເງິນມາຮອງຮັບໃນຍາມຈໍາເປັນໄດ້ ແລະ ການທີ່ນໍາເອົາເງິນມາໃຊ້ບໍ່ແມ່ນສິ່ງທີ່ຖືກຕ້ອງ ຄວນໃຊ້ໃຫ້ພໍໂຕຖຶວ່າດີ

4. ຫຼີກລ້ຽງການເປັນໜີ້
ແມ່ນຫຍັງທີ່ບໍ່ຈໍາເປັນຄວນພັກໄວ້ກ່ອນ ບໍ່ວ່າເຈົ້າຈະວາງແຜນຊື້ເຄື່ອງໃໝ່ ຫຼື ລົດຄັນໃໝ່ ໃນຊ່ວງເສດຖະກິດແບບນີ້ແມ່ນຫຍັງກໍເກີດຂຶ້ນໄດ້ ຢ່າຟ້າວສ້າງໜີ້ ຫຼື ເພີ່ມພາລະຂຶ້ນຕື່ມ ເຮົາຄວນໃຊ້ຊີວິດແບບລຽບງ່າຍໄປກ່ອນ ບໍ່ຄວນຟຸ້ມເຟື່ອຍຫຼາຍເກີນໄປ ການປະຫຍັດໄວ້ແມ່ນເປັນການດີ

5. ຢ່າລົງທຶນເພື່ອຫັວງລວຍ
ບໍ່ມີຫຍັງໄດ້ມາງ່າຍໆ ແລະ ເປັນກອບເປັນກໍາໃນໄລຍະເວລາທີ່ໄວ ແລະ ທີ່ສໍາຄັນຢ່າລົງທຶນໃນສິ່ງທີ່ຕົນເອງບໍ່ມີຄວາມຮູ້ ຫຼື ຄວາມຖະໜັດ ເພາະອາດເຮັດໃຫ້ມີຄວາມຜິດພາດເກີດຂຶ້ນສູງ ເຊັ່ນດຽວກັນກັບການລົງທຶນໃນຍາມເສດຖະກິດບໍ່ດີແບບນີ້ບໍ່ຄວນທີ່ຈະລົຝທຶນໃນຈໍານວນທີ່ຫຼາຍເກີນໄປ ເພາະອາດຈະເຮັດໃຫ້ເຈົ້າຂາດທຶນໄດ້.