Breaking News

ດວງປະຈໍາວັນທີ 31 ສິງຫາ 2016

ແບ່ງປັນ

ດວງປະຈໍາວັນທີ 31 ສິງຫາ 2016

  • ວັນຈັນ.

ການເງິນ: ມີຄວາມໂຊກດີທາງດ້ານການເງິນເຂົ້າມາເພິ່ມຕື່ມ ຊ່ວງນີ້ຈະມີຄົນຊ່ວຍເຫຼືອ ຫຼື ອຸປະຖໍາ.

ວຽກງານ: ຈະໄດ້ຮັບຂ່າວດີດ້ານວຽກງານທີ່ລໍຖ້າເຊັ່ນ: ໄດ້້ເງິນເດືອນເພີ່ມຂຶ້ນ, ໄດ້ເລື່ອນຕໍາແໜ່ງ.

ຄວາມຮັກ: ທ່ານຍັງຫຼີ້ນຕົວກັບຜູ້ຊາຍທີ່ເຂົ້າມາຈີບ ແນະນໍາວ່າຢ່າຫຼິ້ນຕົວຫຼາຍກ້າໆຮັກແລ້ວຈະດີເອງ.

  • ວັນອັງຄານ.

ການເງິນ: ການທວງໜີ້ ຫຼື ເຈລະຈາດ້ານການເງິນຍັງບໍ່ຄ່ອຍປະສົບຄວາມສໍາເລັດດັ່ງໃຈຫວັງ.

ວຽກງານ: ໃຫ້ລະວັງການເຮັດວຽຜິດພາດ ຈົນຖືກຫົວໜ້າຕໍາໜິໃຫ້ເສຍໃຈ.

ຄວາມຮັກ: ສົດໃສ ຄົນໂສດອາດຈະພົບຮັກໃໝ່, ພົບຜູ້ຊາຍໃໝ່ໆເຮັດໃຫ້ຫົວໃຈຫວັ່ນໄຫວ ແລະ ຕື່ມເຕັມຫົວໃຈໃຫ້ທ່ານຍິ້ມໄດ້.

  • ວັນພຸດ.

ການເງິນ: ທ່ານຈະດີຂຶ້ນ ທ່ານຈະມີລາຍໄດ້ເຂົ້າມາ ຫຼື ຈະມີຄົນແນະນໍາຊ່ອງທາງການຫາເງິນໃຫ້.

ວຽກງານ: ຈະຍີ້ມໄດ້ ທ່ານຈະໄດ້ຮັບຂ່າວເລື່ອງວຽກງານໃໝ່ເຂົ້າມາ.

ຄວາມຮັກ: ຄົນໂສດເນື້ອຫອມ ພົບແຕ່ຄົນມາຈີບ ຈົນທ່ານບໍ່ຮູ້ວ່າຈະຮັກໃຜດີ.

  • ວັນພະຫັດ.

ການເງິນ: ລະວັງຈະມີບັນຫາມາຈາກການເຮັດສັນຍາ ຫຼື ເຊັນສັນຍາທີ່ຜິດພາດ ທ່ານອາດເປັນຝ່າຍເສຍປຽບ.

ວຽກງານ: ທ່ານອາດຈະໄດ້ຄົນອື່ນເອົາປຽບ ຫຼື ບໍ່ເປັນທໍາຈາກເພື່ອນຮ່ວມວຽກ ຫຼືຕ້ອງຈໍາໃຈເຮັດວຽກໃນສິ່ງທີ່ຕົນເອງບໍ່ຢາກເຮັດ.

ຄວາມຮັກ: ອາດມີການຜິດຖຽງກັບແຟນດ້ວຍເລື່ອງເງິນເລື່ອງຄໍາ ດັ່ງນັ້ນຄວນໃຈເຢັນໆໄວ້ແດ່ກໍດີ ເພາະທ່ານເປັນຝ່າຍເສຍປຽບ ເວົ້າຫຍັງໄປກໍບໍ່ມີຜົນ ແນະນໍາໃຫ້ລອງຫາຄົນກາງມາຊ່ວຍປັບຄວາມເຂົ້າໃຈ.

  • ວັນສຸກ.

ການເງິນ: ມີຄວາມກັງວົນໃຈໃນການໃຊ້ຈ່າຍ ເພາະຊ່ວງນີ້ຕ້ອງໃຊ້ເງິນອອກໄປຫຼາຍເປັນພິເສດ ບໍ່ສາມາດຄວບຄຸມລາຍຈ່າຍໄດ້ດີພໍ.

ວຽກງານ: ມີການຮ່ວມງານກັນເປັນທີມ ໄດ້ທີມງານທີ່ດີເຮັດໃຫ້ວຽກງານກ້າວໜ້າດີ ມີໂອກາດໄດ້ໄປງານສັງຄົມທີ່ສໍາຄັນ.

ຄວາມຮັກ: ຄວາມຮັກຂອງທ່ານຈະມີຄອບຄົວເປັນອຸປະສັກຂັດຂວາງເຮັດໃຫ້ແມ່ນວ່າມີແຟນກໍຕ້ອງຄົບກັນແບບຫຼົບໆ.

  • ວັນເສົາ.

ການເງິນ: ອາດຈະເສຍເງິນທໍາບຸນ ຫຼື ຈັບຈ່າຍເພື່ອເດີນທາງໄປວັດ, ສະຖານທີ່ຈັດງານບຸນ.

ວຽກງານ: ໄອເດຍດີ ມີຫົວຄິດທາງການຄ້າເປັນພິເສດ, ເຮັດຫຍັງກໍຮອບຄອບ, ສາມາດສ້າງສັນເປັນໂປເຈັກໃໝ່ໆ, ສ້າງຄວາມກ້າວໜ້າໃຫ້ຕົນເອງ.

ຄວາມຮັກ: ຄົນຮັກຈະເອົາໃຈຕາມໃຈ ແລະ ເປັນທີ່ປຶກສາທ່ານເປັນຢ່າງດີ ສ່ວນຄົນໂສດຈັກພົບຮັກກັບຜູ້ຊາຍທີ່ຖືກສະເປັກ.

  • ວັນອາທິດ.

ການເງິນ: ທ່ານຈະໄດ້ໂຊກທາງການເງິນ, ເງິນເດືອນຂຶ້ນ, ໄດ້ຄ່າຕອບແທນສູງຂຶ້ນ, ຜົນກໍາໄລຫຼາຍຂຶ້ນກວ່າເກົ່າເປັນຕົ້ນ.

ວຽກງານ: ມີດວງການປ່ຽນແປງ ອາດຖືກຫຼຸດຕໍາແໜ່ງວຽກງານ, ໜ້າທີ່ຄວາມຮັບຜິດຊອບ ຮູ້ສຶກວ່າທຸກຄົນບໍ່ສົນໃຈໃນຕົວທ່ານ.

ຄວາມຮັກ: ລະວັງຈະມີບັນຫາກັບຄົນຮັກເພາະນິໃສບໍ່ດີທີ່ເຂົາບໍ່ເຄີຍປ່ຽນ ຈົນກາຍເປັນຜິດຖຽງກັນໃຫຍ່ໂຕ.

ແບ່ງປັນ