Breaking News

ວິທີຊ່ວຍໃຫ້ໄວໜຸ່ມທ້ອນເງິນ

ແບ່ງປັນ

ການທ້ອນເງິນສຳລັບໄວໜຸ່ມ ສ່ວນຫຼາຍແລ້ວເປັນເລື່ອງທີ່ບໍ່ງ່າຍປານໃດ ໃນການມີເງິນສະສົມໄວ້ ຫຼື ມີ ກໍອາດຈະມີໜ້ອຍວາລະສານຂວັນໃຈ ສະບັບນີ້ ຂໍແນະນຳວິທີງ່າຍໆ ໃຫ້ກັບໄວໜຸ່ມຫຼາຍທ່ານລອງປະຕິບັດເພື່ອທ້ອນເງິນດັ່ງນີ້:

  1. ເປີດບັນຊີທະນາຄານໃຫ້ເໝາະສົມ; ວິທີນີ້ຊ່ວຍໃຫ້ນ້ອງໆທີ່ມາຈາກຕ່າງແຂວງທີ່ເຂົ້າມາຮຽນໃນນະຄອນຫຼວງ ຫຼື ໄປຮຽນຢູ່ບ່ອນອື່ນທີ່ບໍ່ແມ່ນບ້ານເກີດຂອງຕົນເອງ.
  2. ເຮັດບັນຊີລາຍຮັບ-ລາຍຈ່າຍ; ບໍ່ວ່າຈະເປັນຄ່າປຶ້ມ, ຄ່າສະບູ່, ຢາຖູແຂ້ວ ຈະຊື້ຫຍັງ ກໍຄວນຈົດບັນທຶກໄວ້ ແລະ ເຮົາຈະຮູ້ວ່າເຮົາໃຊ້ຈ່າຍໝົດໜ້ອຍຫລາຍປານໃດ.
  3. ຢູ່ຫ່າງຈາກໝູ່ເພື່ອນທີ່ໃຊ້ຈ່າຍເງິນຟູມເຟືອຍ; ວິທີນີ້ບໍ່ໄດ້ໝາຍຄວາມວ່າ ບໍ່ໃຫ້ມີໝູ່ເພື່ອນ ຫຼື ປະຕິເສດສັງຄົມແຕ່ປະການໃດ ແຕ່ຢາກໃຫ້ເລືອກກຸ່ມພົບປະສັງສັນ ເພາະຖ້າຢູ່ໃນກຸ່ມທີ່ໃຊ້ເງິນແບບບໍ່ຄິດ ພໍຮອດຕອນແລງຕ້ອງໄປສັງຄົມສ້າງສັນກິນນັ້ນກິນນີ້ທຸກມື້ ເງິນເດືອນທີ່ໄດ້ມາເທົ່າໃດກໍຄົງບໍ່ພໍ.
  4. ເລືອກໃຊ້ມືຖືໃຫ້ເໝາະສົມ; ຄ່າໃຊ້ຈ່າຍທີ່ຫຼາຍທີ່ສຸດຂອງໄວໜຸ່ມກໍຄືຄ່າໂທລະສັບມືຖື ໄວໜຸ່ມຫຼາຍຄົນຖື ຄະຕິທີ່ວ່າ “ ບໍ່ມີກິນບໍ່ວ່າ ຂໍມີເງິນຈ່າຍຄ່າໂທລະສັບມືຖືກໍພໍ ” ຮູ້ຈັກໃຊ້ໃຫ້ເໝາະສົມຈຶ່ງເປັນການດີ.
  5. ປະຢັດເງິນເປັນລາຍເດືອນ; ເຮົາຈະຕ້ອງແບ່ງ ເງິນເປັນສ່ວນໆ 5, 10, 15 ຫຼື 20% ຈາກເງິນເດືອນທີ່ໄດ້ມາ ແລ້ວແຕ່ຄວາມສາມາດຂອງແຕ່ລະຄົນ ເຂົ້າບັນຊີຝາກປະຈຳໄວ້ເລີຍ ແລະ ສິ່ງສຳຄັນຕ້ອງເຮັດທຸກເດືອນ ຄົບປີເຮົາຈະພູມອົກພູມໃຈກັບຍອດເງິນທີ່ເພິ່ມຂຶ້ນ ເຖິງຈະແບ່ງຝາກບໍ່ຫຼາຍກໍຢ່ານ້ອຍໃຈ ຢ່າງໜ້ອຍເຮົາກໍມີເງິນທ້ອນໄວ້ໃນຍາມສຸກເສີນ.
ແບ່ງປັນ