ນັກຮ້ອງສາວຊື່ດັງ ທັງງາມທັງເກັ່ງ ແລະ ຍັງມີນໍ້າໃຈຊ່ວຍເຫຼືອຜູ້ປະສົບໄພ ເທເລີ ສະວີດ (Taylor Swift) ຮ່ວມບໍລິຈາກ 1 ລ້ານຫຼຽນ ເພື່ອຊ່ວຍຜູ້ປະສົບໄພນໍ້າຖ້ວມໃນລັດຣຸຍເຊຍນາ Louisiana ເປັນລັດທາງໃຕ້ຂອງ ອາເມຣິກາ ມີລັກສະນະປະສົມປະສານວັດທະນະທໍາຝຣັ່ງ ໃຊ້ພາສາຝຣັ່ງ ແລະ ພາສາອັງກິດເປັນພາສາກາງ ຈາກເຫດການນໍ້າຖ້ວມຄັ້ງໃຫຍ່ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 11 ສົບ ແລະ ຍັງສ້າງຄວາມເສຍຫາຍໃຫ້ກັບອີກ 40 000 ຄອບຄົວ.
