Breaking News

ວິທີບໍາລຸງຜົມເສຍແຕກປາຍໃຫ້ມີສຸຂະພາບດີ

ແບ່ງປັນ

ວິທີບໍາລຸງຜົມເສຍແຕກປາຍໃຫ້ມີສຸຂະພາບດີ

ວິທີບໍາລຸງຜົມເສຍຫຼາຍ ຖືວ່າເປັນເຄັດລັບຄວາມງາມທີ່ຈໍາເປັນຕໍ່ສາວໆທີ່ມີບັນຫາເສັ້ນຜົມແຫ້ງເສຍຫຼາຍ ແລະ ມື້ນີ້ ວາລະສານຂັວນໃຈ ໄດ້ນໍາເອົາວິທີການບໍາລຸງຜົມໃຫ້ມີສຸຂະພາບດີມາຝາກທ່ານດັ່ງຕໍ່ໄປນີ້:

  • ເລືອກໃຊ້ຜະລິດຕະພັນເບິ່ງແຍງເສັ້ນຜົມແຫ້ງເສຍເປັນພິເສດ ບໍ່ວ່າຈະເປັນແຊມພູສະຜົມ, ຄຣີມນວດຜົມ, ວິຕາມິນເບິ່ງແຍງເສັ້ນຜົມ ສາວໆຄວນເລືອກໃຊ້ແຊມພູ, ຄຣີມນວດ ແລະ Treatment ທີ່ມີສ່ວນປະສົມຂອງສານ Moyseriser, ວິຕາມິນລວມເຖິງຄ່າ pH balance ທີ່ມີຄວາມດຸ່ນດ່ຽງເພື່ອຊ່ວຍເຮັດຄວາມສະອາດ ແລະ ບໍາລຸງຜົມໃຫ້ງາມໄດ້ຢ່າງຄົບຖ້ວນ ທີ່ສໍາຄັນຄວນໃຊ້ເຊຣໍາບໍາລຸງຜົມສູດເຂັ້ມຂົ້ນທຸກເທື່ອຫຼັງສະ.
  • ບໍາລຸງຜົມແບບຈັດໜັກ ດ້ວຍນໍ້າມັນສະກັດຈາກທໍາມະຊາດໄດ້ແກ່ ນໍ້າມັນໝາກພ້າວ, ນໍ້າມັນໝາກກອກ ມານວດບໍາລຸງເສັ້ນຜົມໃຫ້ທົ່ວໂດຍໃຊ້ປາຍນິ້ວມືນວດບໍລິເວນໜັງຫົວປະມານ 2 ນາທີແລ້ວປະໄວ້ 20 ນາທີກ່ອນສະຜົມ ເຮັດອາທິດລະ 3 ເທື່ອຈະຊ່ວຍຟື້ນຟູໃຫ້ຜົມເສຍກັບມາມີຊີວິດຊີວາ ແລະ ເງົາງາມໄດ້ໄວຂຶ້ນ.
  • ອົບອາຍນໍ້າເສັ້ນຜົມແບບລະຫວ່າງມື້ ເພື່ອເປັນການເປີດເກັດຜົມໃຫ້ໄດ້ຮັບສານອາຫານ ແລະ ວິຕາມິນໄປບໍາລຸງຜົມຢ່າງເຕັມທີ່ ໃຫ້ໃຊ້ໄຂ່ແດງ 1 ໜ່ວຍ + ໂຍເກິດລົດທໍາມະຊາດ 1 ຈອກ ປະສົມໃຫ້ເຂົ້າກັນ ທາເສັ້ນຜົມໃຫ້ທົ່ວແລ້ວໃຊ້ໝວກອົບອາຍນໍ້າອົບໄວ້ 15-20 ນາທີ ແລ້ວລ້າງເຮັດຄວາມສະອາດ ຈະຊ່ວຍບໍາລຸງຜົມແຫ້ງເສຍຫຼາຍ, ຜົມຟູໃຫ້ນຸ່ມລຽບ.
  • ດີທ໋ອກ (Detox) ລ້າງສານເຄມີເທິງເສັ້ນຜົມດ້ວຍເບຍ ສໍາລັບຜົມທີ່ຜ່ານການເຮັດສີ, ຢືດ, ດັດ ຫຼື ໃຊ້ສານເຄມີລົງເທິງເສັ້ນຜົມມາດົນ ຄວນລ້າງສານເຄມີໃຫ້ເສັ້ນຜົມໃຫ້ສະອາດເລິກ ດ້ວຍການໃຊ້ເບຍທີ່ເຕັມໄປດ້ວຍວິຕາມິນບໍາລຸງຜົມຈາກພືດ ດ້ວຍການນໍາມາທາຜົມໃຫ້ທົ່ວແລ້ວປະໄວ້ 30 ນາທີ ຈາກນັ້ນຈຶ່ງສະຜົມຕາມປົກກະຕິ ເຮັດເປັນປະຈໍາທຸກອາທິດຈະຊ່ວຍເຮັດໃຫ້ຜົມນຸ່ມເງົາງາມ ແລະ ມີນໍ້າໜັກຫຼາຍຂຶ້ນ.
  • ເສີມດ້ວຍອາຫານບໍາລຸງຜົມດ້ວຍການເລືອກກິນອາຫານທີ່ມີໂປຣຕິນ, ໄບໂອຕິນ, ວິຕາມິນ A ແລະ ວິຕາມິນ C ໄດ້ແກ່ປະເພດຊີ້ນປາທະເລ, ນົມ, ເຕົາຫູ ແລະ ພືດໃບຂຽວ ເພື່ອບໍາລຸງແກ້ໄຂບັນຫາຜົມເສຍປ່ຽນຜົມໃຫ້ຊຸ່ມຊື່ນເງົາງາມຢ່າງເປັນທໍາມະຊາດ.
ແບ່ງປັນ