Breaking News

ສິ່ງທີ່ທຸກຄົນຄວນຮູ້ໄວ້ ເອກະລັກຂອງແຕ່ລະແຂວງ

ແບ່ງປັນ

ແຟນໆຂວັນໃຈທີ່ໜ້າຮັກທັງຫຼາຍ ຮູ້ ຫຼື ຍັງຄໍາຂວັນປະຈໍາແຂວງຕົນເອງ ແລະ ຄໍາຂວັນຂອງແຕ່ລະແຂວງປະເທດລາວເຮົາ ຖ້າໃຜຍັງບໍ່ທັນຮູ້ມາອ່ານທາງນີ້ເລີຍ ມື້ນີ້ແອດໄດ້ນໍາເອົາຄວາມຮູ້ດີໆ, ຄວາມຮູ້ຮອບຕົວ ມາຝາກໃຫ້ແຟນຂວັນໃຈໄດ້ຮູ້ຈັກ ຖ້າໃຜຍັງບໍ່ທັນຮູ້ຄໍາຂວັນແຂວງໃດນັ້ນໄປເບິ່ງກັນເລີຍ.

  1. ນະ­ຄອນ­ຫຼວງ­ວຽງ­ຈັນ: ມາວຽງ­ຈັນຊົມ­ຂົວມິດຕະ­ພາບ ກາບໄຫ້ວຫໍພຣະ­ແກ້ວ ຊົມ­ສວນປະຕູໄຊ ໄຫ້ວພຣະ­ທາດ­ຫຼວງ­ມິ່ງ­ຂວັນ ຊົມ­ວິວທິວທັດແຄມ­ຂອງ ຫາດ­ຊາຍ­ສີທອງ­ດອນ­ຈັນ ຊິມລົດອາຫານນາໆ­ຊາດ ເທິງ­ຫໍຜາ­ສາດ­ສີ່­ສິບ­ຊັ້ນ ພັກຜ່ອນເທິງ­ວິມານສະ­ຫວັນ ໂຮງແຮມດອນ­ຈັນ­ພາເລສ໌ ລືນາມ .

2. ແຂວງ ຜົ້ງ­ສາ­ລີ: ຜົ້ງ­ສາ­ລີ ປຽບ­ຄືດັ່ງສະ­ຫວັນ­ສັ່ງ ວິມານດ່ານແດນ­ພູດອຍ ເປັນ­ດິນແດນ­ວິລະ­ຊົນ ຮັກ­ຄອນ­ພົງ­ພັນເຊື້ອ ງາມເຫຼືອຫຼາຍ­ພູຟ້າ ທະ­ເລຫຼວງ­ໝອກໃຫຍ່ ເຊີນ­ຊິມປາ­ພູຟ້າ ດື່ມເຫຼົ້າ­ຂຽວເອ່ວສະ­ຖານ­ທີ່ ເບິ່ງ­ຮີດ­ຄອງປະ­ເພນີ ເອກະ­ລັກ­ຫຼາຍເຜົ່າເຊື້ອ ເປັນຂອງຕ້ອນທ່ານ­ຜູ້­ຊົມ ”.

3. ແຂວງ ຫຼວງນໍ້າທາ: ບັ້ນ­ຮົບ­ຫຼວງນໍ້າ­ທາ ພຣະ­ທາດໃຫຍ່­ຊຽງເປງ ຊາບ­ຊຶ້ງ­ກັບ­ວັດທະ­ນະ­ທໍາ­ຫຼາຍເຜົ່າ ເຂົ້າ­ຊອຍແຊບເມືອງ­ສິງ ລິງ­ລາຍແພໄໝມ້ອນເມືອງຫຼວງນໍ້າທາ ທ່ຽວປ່າສະຫງວນແຫ່ງ­ຊາດນໍ້າຫ້າ ເຂດ­ພັດທະ­ນາເສດຖະ­ກິດ­ພິເສດ­ບໍ່ເຕັນແດນ­ຄໍາ ຮ່ວມເຕັ້ນແຊນໍາ­ສາວໄຕດໍາງາມແທ້ລະ­ກ໋າ .

4. ແຂວງ ອຸດົມໄຊ: ທ່ຽວອຸດົມໄຊໄປຊົມ­ທໍາມະ­ຊາດ ນໍ້າ­ຕົກ­ຕາດ­ຫົວນໍ້າກັດ ຊົມ­ວັດທະ­ນະ­ທໍາ­ຊົນເຜົ່າ ໄຫ້ວພຣະ­ເຈົ້າ­ສິງ­ຄໍາ ດື່ມນໍ້າຊາ­ພັນ­ປີ ຂີ່ເຮືອທ່ອງທ່ຽວຊົມ­ທໍາມະ­ຊາດແຄມ­ຂອງ .

5. ແຂວງ ບໍ່ແກ້ວ: ບໍ່ແກ້ວມະ­ນີລໍ້າ­ຄ່າ ຊົມປ່າດອກ­ງິ້ວບານ ເທສະ­ການ­ບັນ­ດາເຜົ່າ ຖິ່ນເມືອງເກົ່າສຸວັນນະ­ໂຄມ­ຄໍາ ຊົມຖໍ້ານໍ້າຍູ້ອູ້­ສາວລາວຢວນ ຊວນ­ຊົມ­ວັດ­ຈອມເຂົາມະ­ນີຣັດ ໄຫວ້ພຣະ­ທາດສຸວັນນະ­ຜ້າ­ຄໍາ .

6. ແຂວງ ຫຼວງພະ­ບາງ: ຫຼວງພະ­ບາງເມືອງ­ງາມ ອາ­ຮາມ­ຮຸ່ງເມືອງນຸ່ງສິ້ນໄໝ ຂວັນໃຈນັກທ່ອງທ່ຽວ ເມືອງກ້ຽວຄໍາຫວານ ຕໍານານເມືອງຂັບທຸ່ມ ງາມ­ພູຕັ້ງ­­ກາງເມືອງ ເລືອງ­ລືວັດທະ­ນະ­ທໍາ ເອາະ­ຫຼາມໃສ່ສະ­ຄານ ງານຊ່ວງເຮືອເດືອນເກົ້າ ວັດເກົ່າແກ່­ມາກ­ມີ ຕາດ­­ກວາງຊີຖໍ້າ­ຕິ່ງ ເປັນມິ່ງເມືອງ­ມໍລະ­ດົກໂລກ .

7. ແຂວງ ຊຽງ­ຂວາງ: ຊຽງຂວາງ ພູກູດ­ມີໄຊ ທົ່ງໄຫຫີນ­ລືນາມ ສາວງາມເມືອງ­ພວນ ເຊີນ­ຊວນທ່ຽວຊົມແຂວງ­ວິລະ­ຊົນ .

8. ແຂວງ ຫົວພັນ: ງົດ­ງານມ­ພູຜາ ນໍ້າມ່າ­ສ່ອງໃສ ວຽງໄຊປະ­ຫວັດ­ສາດ ຜ້າໄໝຊໍາໃຕ້ ຫີນ­ຕັ້ງ­ຫົວເມືອງ ຖິ່ນ­ພູສາມເສົ່າ ຄົກເຂົ້ານໍ້າ­ລິນ ແຜ່ນ­ດິນ­ວິລະ­ຊົນ .

9. ແຂວງ ໄຊຍະ­ບູລີ: ງາມ­ທາດ­ປວກເມືອງຄອບ ປະ­ນົມນ້ອມພຣະ­ທາດ­ມັດ­ຄໍາເມືອງເງິນ ແສນເພີດເພີນພຣະ­ທາດ­ຊຽງ­ລົມເມືອງຊຽງຮ່ອນ ອອນ­ຊອນ­ບຸນ­ບັ້ງໄຟເມືອງປາກ­ລາຍ ງາມເຫຼືອຫຼາຍ ສາວດອກຝ້າຍ­ຈັນເມືອງແກ່ນທ້າວ ຫວານນໍ້າ­ໝາກພ້າວເມືອງບໍ່ແຕນ ແດນ­ພູເຂົາ­ຊ້າງເມືອງຫົງ­ສາ – ເມືອງທົ່ງ ຮວງເຂົ້າກົ່ງເມືອງ­ພຽງ ສຽງ­ຂັບ­ລໍາ­ລ່ອງ­ຮຸ່ງເມືອງໄຊຍະ­ບູລີ .

10. ແຂວງ ວຽງ­ຈັນ: ເມືອງເກົ່າໄຜ່­ໜາມ ລື­ນາມອ່າງນໍ້າງື່ມ ຕໍານານເດີນ­ລາຍງ້າວ ອູ່ເຂົ້າຊາວເມືອງ ຄົນເຮືອງ­ຂັບ­ງື່ມ ດື່ມ­ດໍາ­ທໍາມະ­ຊາດ ປະ­ຊາ­ຣາຊ­ສາມັກ­ຄີ .

11. ແຂວງ ໄຊສົມບູນ: ຄົ້ນຫາປະຫວັດສາດເມືອງລ້ອງແຈ້ງ ແຍງຊົມທໍາມະຊາດສັກພູໝອກ ຊອກຫາວິລະກໍາຖໍ້າເຈົ້າອານຸວົງ ລົງລ່ອງເຮືອຊົມທິວທັດທີ່ທ່າໂທມ ກິນເຂົ້າປາສາມັກຄີທີ່ຕາດຜາແຊບລ້ອງຊານ ຊົມຕໍານານນໍ້າຕົກຕາດຜາແຈແລເມືອງຮົ່ມ ”.

12. ແຂວງ ບໍລິຄໍາໄຊ: ຖິ່ນ­ອາໄສສາວເມີ້ຍ­ຜູ້ໂສພາ ຖິ່ນ­ຢູ່ໂຕເສົາ­ຫຼາໄມ້ເກດສະ­ໜາ­ຄ່າແພງ ທົ່ງນາແຊງກ້­ວາງໄກ ພະ­ບາດໃຫຍ່ໂພນ­ສັນ ຄົນຊ່າ­ລືກ່າວເອີ້ນ ແດນ­ກຸຫຼາບ­ປາກ­ຊັນ ”.

13. ແຂວງ ຄໍາມ່ວນ: ຄໍາມ່ວນ ­ດິນແດນ­ທໍາມະ­ຊາດ ປະ­ຫວັດ­ສາດ­ວິລະ­ຊົນ ຕົ້ນ­ກໍາເນີດ­ລໍາ­ຜະຫ­ຍາມະຫາໄຊ ກິນ­ຊຸບ­ໜໍ່ໄມ້ ແກງໄກ່ໃສ່­ສານ ນະ­ມັດສະ­ການພຣະ­ທາດ­ສີໂຄດຕະ­ບອງ ເປັນເຈົ້າຂອງເຂົ້າໜົມປ່ານ ປະ­ສານ­ປວງປະ­ຊາ ເລັ່ງ­ລັດ­ພັດທະ­ນາ ຊ່ວຍປະ­ຊາໃຫ້­ມີສຸກ ”.

14. ແຂວງ ສະ­ຫວັນນະ­ເຂດ: ສະຫວັນນະເຂດ ຜືນແຜ່ນດິນຄໍາ ພຣະທາດອີງຮັງສະຖານບູຮານງາມສະຫງ່າ ສັດໂລກໄດໂນເສົາຮ້ອຍລ້ານປີ ປະເພນີລໍ້າເລີດກໍາເນີດຂັບລໍາ 4 ຈັງຫວະ ”.

15. ແຂວງ ຈໍາປາສັກ: ເອກະລັກວັດພູ ກຸລາບປາກເຊ ກາເຟປາກຊ່ອງ ນໍ້າຂອງໂຕນຄອນ ສີພັນດອນລືນາມ .

16. ແຂວງ ສາ­ລະ­ວັນ: ໝາກພ້າວນາໄຊ ປີ້ງໄກ່­ນາ­ປົ່ງ ເຫຼົ້າ­ຂາວເມືອງ­ຄົງ ລໍາວົງ­ສາ­ລະ­ວັນ ”.

17. ແຂວງ ເຊກອງ: ເອກະ­ລັກ­ພູນາງ­ລາວ ແວວວາວຄ່ານ່າ­ຊື່ນໃຈ ທ່ຽວວັງໄງ­ດື່ມເຫຼົ້າໄຫ ເມືອງດາກຈຶງຄະ­ນຶງ­ຫາ ສາຍ­ທາ­ລາ­ຕົກ­ຕາດແຝກ ແປກພະ­ໄທຢ່າ­ລືມໄປຂໍປັນ­ກອກ ບອກ­ຄວາມສາມັກ­ຄີ ໄປຮູ້­ຈັກ­ປະ­ເພນີບັນ­ດາເຜົ່າ .

18. ແຂວງ ອັດຕະ­ປື: ລໍານໍ້າໃສປ່າໄມ້­ຂຽວ ທ່ອງທ່ຽວໜອງຟ້າ ຊົມ­ຜາ­ຮຽງ­ຊານໄຊ ໄຫ້ວພຣະ­ອົງແສນ ພັກແດນ­ສາມັກ­ຄີ .

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວ

ແບ່ງປັນ