ກຽມພົບກັບຮູບເງົາສັ້ນເລື່ອງ “ພັກຕັບ ງົດເຫຼົ້າເຂົ້າພັນສາ” ເພື່ອຕ້ອງການເຊີນຊວນໃຫ້ທຸກຄົນຫັນມາໃສ່ໃຈສຸຂະພາບໃນໄລຍະເຂົ້າພັນສາທີ່ຈະມາເຖິງນີ້ ເຊິ່ງຮູບເງົາເລື່ອງດັ່ງກ່າວສ້າງຈາກຝີມືຄົນລາວ ສ້າງຂຶ້ນໂດຍທີມງານ ຕັກກະແຕນ ເຈົ້າຂອງຜົນງານຮູບເງົາສັ້ນເລື່ອງ “ເລືອດແປງເປັດ” ແລະ ເຈົ້າຂອງຄລິບເພງ “ໃສວ່າຊິເຊົາຊື້ເລກເຕົ່າ” ທີ່ໂດ່ງດັງມາໃນຊ່ວງປີກ່ອນໆ, ແນະໆ…ເວົ້າແບບນີ້ ຊະນີIndy ເຊື່ອວ່າແຟນເພສ ຂວັນໃຈ ເຮົາທຸກຄົນຄົງຈະຢາກເບິ່ງຮູບເງົາສັ້ນເລື່ອງ “ພັກຕັບ ງົດເຫຼົ້າເຂົ້າພັນສາ” ກັນແລ້ວແມ່ນບໍ່? ແຕ່ຂໍໃຫ້ແຟນໆອົດໃຈລໍກັນກ່ອນເດີ້ເພາະຮູບເງົາເລື່ອງນີ້ຈະປ່ອຍໃນມື້ອື່ນ ວັນທີ 6 ກໍລະກົດ 2017 ນີ້, ຢ່າລືມຕິດຕາມກັນເດີ້ ຈະມີມາຝາກແຟນໆທຸກໆຄົນແນ່ນອນ!!!
#ແຊຣໄປເພື່ອເຊີນຊວນໃຫ້ຄົນທີ່ເຮົາຮັກມາພັກຕັບໃນຊ່ວງເຂົ້າພັນສານີ້
ມີຮູບພາບເບື້ອງຫຼັງຮູບເງົາສັ້ນ “ພັກຕັບ ງົດເຫຼົ້າເຂົ້າພັນສາ” ມາຝາກ ສ່ວນຄລິບເຕັມສາມາດຕິດຕາມໄດ້ໃນມື້ອື່ນ.
ຂໍຂອບໃຈຂໍ້ມູນຈາກ: ຕັກກະແຕນ