Breaking News

ຕາດຖໍ້າພະ ສະຖານທີ່ທ່ອງທ່ຽວແຫ່ງໃໝ່ ຂອງເມືອງປາກງື່ມ

ແບ່ງປັນ

ສະບາຍດີ ສາວໆທີ່ໜ້າຮັກທັງຫຼາຍ ກັບມາພົບກັນອີກແລ້ວ ໄລຍະນີ້ແອັດເຫັນວ່າຫຼາຍຄົນມັກໄປທ່ຽວຕາດ, ມັກໄປຫຼີ້ນນໍ້າເຢັນໆ ມື້ນີ້ແອັດກໍ່ເລີຍຈະມາແນະນໍາອີກບ່ອນໜຶ່ງໄວ້ໃຫ້ ສາວໆໄດ້ໄປທ່ຽວໃນມື້ພັກຜ່ອນ ແລະ ສະຖານທີ່ນັ້ນກໍຄື: “ ຕາດຖໍ້າພະ ”.

 ຕາດຖໍ້າພະ ຕັ້ງຢູ່ເຂດບ້ານ ເວີນກະເບົາ ເມືອງ ປາກງື່ມ ນະຄອນຫຼວງວຽງຈັນ ເຊິ່ງເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ຂອງ ເມືອງປາກງື່ມ ນັ້ນເອງ. ສໍາລັບ ເສັ້ນທາງແມ່ນໄປຕາມທາງ 13 ໃຕ້ໄລຍະທາງປະມານ 60 ກິໂລແມັດ ແລ້ວລ້ຽວຊ້າຍເຂົ້າໄປທາງຕາດວັງຫຼວງ ແລະ ກ່ອນທີ່ຈະຮອດຕາດວັງຫຼວງປະມານ 3 ກິໂລແມັດຈະມີປ້າຍລ້ຽວຂວາເຂົ້າໄປ 800 ແມັດ ກໍ່ຈະເຖິງຕາດຖໍ້າພະແລ້ວ. ເມື່ອໄປເຖິງຈຸດໝາຍແລ້ວ ຮັບຮອງໄດ້ເລີຍວ່າສາວໆຈະຮູ້ສຶກສົດຊື່ນຢ່າງແນ່ນອນ ເພາະບັນຍາກາດດີໆ, ນໍ້າເຢັນໆເໝາະແກ່ກັບການໄປພັກຜ່ອນ.

ຕາດຖໍ້າພະແຫ່ງນີ້ຍັງມີ ອາຫານພື້ນບ້ານ, ອາຫານຕາມສັ່ງ ແລະ ເຄື່ອງດື່ມແບບຄົບຄັນໄວ້ຄອຍບໍລິການ. ນອກຈາກນີ້ຍັງມີຕູບນ້ອຍ – ໃຫຍ່ຫຼາຍກວ່າ 20 ຕູບໄວ້ຄອຍບໍລິການ. ມີຫ້ອງນໍ້າ ແລະ ບ່ອນຈອດລົດກວ້າງຂວາງ ໄວ້ອໍານວຍຄວາມສະດວກໃຫ້ແກ່ຜູ້ທີ່ມາທ່ຽວ ແລະ ສິ່ງສໍາຄັນອີກຢ່ງໜຶ່ງຄື: ສາວໆທີ່ຈະໄປທ່ຽວສາມາດນຳອາຫານເຂົ້າໄປແຕ່ງກິນເອງໄດ້ ແຕ່ຫ້າມນຳເຂົ້າປະເພດເຄື່ອງດື່ມຊິນິດທີ່ບັນຈຸຂວດແກ້ວ ເພື່ອຄວາມປອດໄພ ຖ້າສາວໆມີໂອກາດຢ່າງລືມລອງໄປສໍາຜັດເດີ້.

ຮູບພາບ: ຕາດຖໍ້າພະ

ແບ່ງປັນ