ໃນຕອນແລງຂອງວັນທີ 28 ກໍລະກົດ 2017 ຢູ່ທີ່ສະມາາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ມີພິທີຖະແຫຼງຂ່າວ ງານວາງສະແດງລົດນາໆຊາດ ວຽງຈັນ 2017 ຂຶ້ນໂດຍການເປັນກຽດເຂົ້າຮ່ວມໂດຍທ່ານ ພອນຈັນ ເພັງສຸວັນ ປະທານບໍລິສັດ ພີພີໄຊໂຍ ເອັນຕະເທັນເມັນ, ທ່ານ ສີສັງຄົມ ໂຄດໂຍທາ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ສື່ມວນຊົນ.
ງານວາງສະແດງລົດນາໆຊາດ ວຽງຈັນ ຄັ້ງທີ II ແມ່ນຈະໄດ້ຈັດຂຶ້ນເປັນຄັ້ງທີ 2 ໂດຍພາຍໃຕ້ແນວຄວາມຄິດທີ່ວ່າ: ການປະຢັດພະລັງງານ ແລະ ເປັນມິດກັບສິ່ງແວດລ້ອມ ( Green and Efficiency ) ໃນລະຫວ່າງວັນທີ 10-18 ພະຈິກ 2017 ຢູ່ທີ່ສູນການຄ້າລາວ-ໄອເຕັກ ( ຕຶກເກົ່າ ).
ງານວາງສະແດງລົດນາໆຊາດ ວຽງຈັນ ຄັ້ງທີ II ນີ້ຖືວ່າເປັນການສະແດງສັກກະຍາພາບຂອງຜູ້ປະກອບການໃນ ສປປ ລາວ ໃນການສ້າງຄວາມສາມາດໃນການຈັດງານທີ່ມີຄວາມຍິ່ງໃຫຍ່ລະດັຍສາກົນ ແລະ ຍັງເປັນການຊ່ວຍກະຕຸ້ນກິດຈະກໍາທາງດ້ານເສະຖະກິດ ແລະ ເພີ່ມມູນຄ່າທາງດ້ານເສດຖະກິດຂອງປະເທດເຊັ່ນ: ການຊື້ຂາຍ, ການຈັບຈ່າຍໃຊ້ສອຍ, ການບໍລິໂພກ, ການຈ້າງງານ ແລະ ອື່ນໆໃຫ້ມີຄວາມຄຶກຄື້ນຂຶ້ນຕື່ມ.
ສໍາລັບລົດທີ່ຈະມາວາງສະແດງຄັ້ງທີ່2 ນີ້ ຈະມີລົດໄຟຟ້າ, ລົດພະລັງງານແສງຕາເວັນ, ລົດໃຫຍ່, ລົດມັນທຸກ, ລົດກົນຈັກ ແລະ ເຄື່ອງອຸປະກອນເສີມການຕົບແຕ່ງທີ່ປະຢັດພະລັງງານ.