Breaking News

ມາລີຍາ ພູນເລີດລາບ Miss Universe Thailand 2017

ແບ່ງປັນ

ລາຍງານຂ່າວຄວາມເຄື່ອນໄຫວຂອງວົງການນາງງາມຕ່າງປະເທດກັນແດ່!!! ປະກາດຜົນກັນໄປເປັນທີ່ຮຽບຮ້ອຍແລ້ວສຳລັບການປະກວດ Miss Universe Thailand 2017 ຊຶ່ງສາວງາມທີ່ສາມາດຄວ້າຕຳແໜ່ງໄປໄດ້ກໍຄື ມາລີຍາ ພູນເລີດລາບ ອາຍຸ 25 ປີ ລູກຊອດໄທ-ສະວີເັດນ ເຈົ້າຂອງຄວາມສູງ 184 ຊັງຕີແມັດ ເຊິ່ງ ມາລີຍາ ເອງກໍເປັນໜຶ່ງໃນສາວງາມທີ່ເປັນໂຕເກັງມາຕັ້ງແຕ່ທຳອິດ ແລະ ມາລີຍາ ຍັງຈະໄດ້ໄປເປັນຕົວແທນຂອງປະເທດໄທເພື່ອໄປປະກວດ Miss Universe 2017 ທີ່ປະເທດ ອາເມລິກາ ອີກດ້ວຍ

ມາລີຍາ ພູນເລີດລາບ ຫຼື (ມາເລຍ) ມີດີກຼີເປັນເຖິງນາງແບບ ນັກຮ້ອງ ຈົບການສຶກສາໃນລະດັບປະລິນຍາໂທ ສາຂາການຕະຫຼາດ ຈາກປະເທດ ສະວີເດັນ ເປັນລູກສາວຫຼ້າ ມີອ້າຍຝາແຝດ 2 ຄົນ, ມາລີຍາ ເກີດທີ່ປະເທດໄທ ກ່ອນທີ່ຈະຍ້າຍໄປຢູ່ປະເທດ ຫວຽດນາມ ຕອນອາຍຸ 2 ປີ ເພາະພໍ່ຂອງນາງມີອາຊີບເປັນ ວິສະວະກອນຕ້ອງໄປຄວບຄຸມການກໍ່ສ້າງໂຮງງານຜະລິດໄຟຟ້າຢູ່ທີ່ນັ້ນ ກ່ອນທີ່ຈະຍ້າຍກັບມາປະເທດໄທຕອນອາຍຸ 7 ປີ ເຮັດໃຫ້ປັດຈຸບັນສາວງາມຄົນນີ້ມີຄວາມສາມາດເວົ້າໄດ້ຫຼາຍພາສາເຊັ່ນ: ພາສາໄທ, ອັງກິດ, ສະວີເດັນ, ຈີນກາງ ແລະ ພາສາ ຫວຽດນາມ.

ທີ່ມາ: https://women.kapook.com/view176314.html

ແບ່ງປັນ