Breaking News

ປະເທດລາວສວຍງາມໃຜໆກໍຢາກມາ! ຜ່ານມາມີສິລະປິນຕ່າງຊາດຄົນໃດມາຢ້ຽມຢາມບ້ານເຮົາແດ່ມາເບິ່ງກັນ!!!

ແບ່ງປັນ

ສະບາຍດີ!!! ແຟນເພສ ຂວັນໃຈ ທຸກໆຄົນ… ເຮີ້!!! ຜ່ານໄປແປັບດຽວເວລາກໍເດີນທາງມາຮອດທ້າຍປີ 2017 ແລ້ວໄວໆເນາະ (ອິອິ), ດັ່ງນັ້ນມື້ນີ້ ຊະນີIndy ຂາເມົ້າ ຂາຝອຍຄົນເກົ່າເຈົ້າເດີມ ຈະມາລວບລວມເອົາສິລະປິນຕ່າງຊາດທີ່ມີໂອກາດໄດ້ມາຢ້ຽມຢາມບ້ານເຮົາມາຝາກ, ຜ່ານມາຊ່ວງຫຼັງໆຮູ້ສຶກວ່າມີສິລະປິນຈາກຕ່າງຊາດມາຢ້ຽມຢາມບ້ານເຮົາແບບບໍ່ຂາດສາຍ ບໍ່ວ່າຈະເປັນນັກຮ້ອງ-ນັກສະແດງ ກໍຈະປ່ຽນກັນມາໃຫ້ເຮົາໄດ້ກຣີດໆໆໆ…ດາລາໃນດວງໃຈໂດຍທີ່ເຮົາບໍ່ຈຳເປັນຈະຕ້ອງບິນຂ້າມນໍ້າຂ້າມທະເລເພື່ອໄປເບິ່ງຄືກັບແຕ່ກ່ອນ.

ທີ່ຜ່ານມາບໍ່ມີພຽງແຕ່ນັກຮ້ອງ-ນັກສະແດງຈາກປະເທດເພື່ອນບ້ານເທົ່ານັ້ນທີ່ໄດ້ມາຢ້ຽມຢາມ ຫຼືມາໂຊໂຕ ແຕ່ຍັງມີສິລະປິນລະດັບໂລກຫຼາຍທ່ານທີ່ໄດ້ມາໂຊຜົນງານ ເອົາໃຈແຟນໆຊາວລາວ, ເອົ້າ…ເວົ້າໄປຫຼາຍດຽວສິຫາວ່າຝອຍຍາວ ລອງມາເບິ່ງກັນວ່າຜ່ານມາມີສິລະປິນຕ່າງຊາດຄົນໃດມາຢ້ຽມຢາມບ້ານເຮົາແດ່!!!

#ແຊຣໄປໃຫ້ໂລກຮູ້ປະເທດລາວສວຍງາມໃຜໆກໍຢາກມາ

1. Joss Stone: ນັກຮ້ອງຊື່ດັງຂອງໂລກສັນຊາດ ອັງກິດ ມີໂອກາດໄດ້ມາປະເທດລາວ ແລະຍັງມີໂອກາດຮ້ອງເພງປະຈຳຊາດຂອງລາວ “ຈຳປາເມືອງລາວ” ອີກດ້ວຍ.

 

2. DJ Vinai: 2 ດີເຈສຸດຫຼໍ່ ແຖມມີດີກຼີເປັນເຖິງດີເຈອັນດັບໂລກ ງານນີ້ເຮັດເອົາສາວໆທັງສາວແທ້ ສາວທຽມ ກຣີດໆໆໆ…ກັນເລີຍແມ່ນບໍ່? 555

3. DJ Soda: ດີເຈສາວສຸດເຊັກຊີ່ຈາກ ເກົາຫລີໃຕ້ ທີ່ຊື່ສຽງນາງກໍຂຶ້ນຊື່ລະດັບໂລກ ແລະຍັງໄດ້ມາປະເທດລາວ ແລະຍັງມີໂອກາດໄດ້ນຸ່ງຊຸດໄໝລາວ ພ້ອມໂພສລົງໃນ ອິນສະຕາແກຼມຂອງນາງ ຈົນເຮັດໃຫ້ຄົນຮັບຮູ້ໄປທົ່ວໂລກ.

4. ອໍ້າ ພັດຊະຣາພາ ໄຊເຊື້ອ: ເອື້ອຍ ອໍ້າ ພັດຊະຣາພາ ໄດ້ມາຢ້ຽມຢາມປະເທດລາວເຖິງ 2 ເທື່ອແລ້ວ ເຊິ່ງແຕ່ລະເທື່ອທີ່ເພິ່ນມາກໍສ້າງປະກົດການຄົນແໜ້ນຫ້າງ ຈົນໄດ້ສາຍາວ່າ: “ເຈົ້າແມ່ຫ້າງແຕກ”ແລະແຕ່ລະເທື່ອຍັງມີສິລະປິນທີ່ຕິດຕາມມາພ້ອມກັບເພິ່ນເຊັ່ນ: ຄັ້ງທີ 1 ແມ່ນມີ ໜູແຫວນ ພິທີກອນສາວຊື່ດັງ ແລະຄັ້ງທີ່ 2 ກໍມີ ອ້າຍ ເອ ຜູ້ຈັດການຄິວທອງໝາຍເລກ 1 ຂອງປະເທດເພື່ອນບ້ານມາພ້ອມອີກດ້ວຍ.

5. ໂນດ ອຸດົມ ແຕ້ພານິດ: ນັກດ່ຽວໄມໂຄໂຟນຊື່ດັງ ແຕ່ລະເທື່ອທີ່ເພິ່ນມາກໍມັກຈະມີການຈັດກິດຈະກຳທາງດ້ານງານບຸນກຸສົນຢູ່ສະເໝີ, ຫຼ້າສຸດເພິ່ນກໍເປັນເຈົ້າພາບກອງຜ້າປ້າສາມັກຄີນຳຂະບວນມາຈາກປະເທດໄທ ແລະຍັງມີການເຮັດບຸນໃສ່ບາດຄັ້ງໃຫ່ຍທີ່ພະທາດຫຼວງວຽງຈັນ.

6. ວິວ ວັນນະຣົດ ແລະ ສົນ ຍຸກສົນ ໄພສານ: ນັກສະແດງຄູ່ພະນາງຈາກລະຄອນເລື່ອງ ແຕ່ປາງກ່ອນ ກໍບໍ່ພາດທີ່ຈະມາ ແຂວງ ຫຼວງພະບາງ ປະເທດລາວ.

7. ນິວ ແລະ ຈິວ ນັກຮ້ອງສາວຄູ່ດູໂອ ເຈົ້າຂອງຜົນງານເພງມ່ວນໆຫຼາຍບົດເພງ ເຊື່ອວ່າແຟນໆຄົນລາວກໍຕ້ອງເປັນແຟນເພງຂອງສອງສາວນີ້ແນ່ນອນ

8. ໂອປໍ-ໝໍໂອກ ຄູ່ສາມີ-ພັນລະຍາສຸດໜ້າຮັກ

9. ຄຣິດຕິນ້າ ອາກິຣາ: ນັກຮ້ອງຍຸກ 90’s ລຸ້ນໃຫ່ຍໄວ 51 ປີ ພໍແຕ່ເພິ່ນມາລາວເພິ່ນກໍມີໂອກາດໄດ້ໄປສັກກະລະສະຖານທີ່ສັກສິດຂອງລາວຫຼາຍແຫ່ງ.

10. ເກສ ການເກົ້າ ດ້ວຍສຽນເກົ້າ: ດາລາ-ນັກສະແດງສາວຈາກປະເທດເພື່ອນບ້ານກໍບໍ່ພາດທີ່ຈະມາເຊັກອິນທີ່ປະເທດລາວ

ແລະ ກ່ອນໜ້ານີ້ສາວ ເກສ ກໍຍັງເຄີຍມາລາວແລ້ວ ໂດຍເພິ່ນໄດ້ມາພ້ອມກັບນັກສະແດງຄົນດັງຫຼາຍທ່ານເຊັ່ນ: ແພນເຄັກ ເຂັມມະນິດ, ໝູແຫວນ ແລະ ຢາດ ຢາດທິບ.

11. ອອມ ສຸຊາ: ນັກສະແດງຮູບເງົາໄວໜຸ່ມຊື່ດັງຂອງປະເທດເພື່ອນບ້ານ ໄດ້ມາຢ້ຽມຢາມຫຼວງພະບາງເປັນການສ່ວນຕົວໃນຊ່ວງປີໃໝ່ລາວທີ່ຜ່ານມາ.

12. 2 ໝຸ່ມນັກຮອງແຫ່ງວົງ “Hightlight” ຂອງວົງການເພງ K-pop

ເປັນຢ່າງໃດກັນແດ່ແຟນໆ ຍິ່ງເບິ່ງໄປຍິ່ງເພີນແມ່ນບໍ່? ນີ້ເປັນພຽງສ່ວນໜຶ່ງເທົ່ານັ້ນຂອງສິລະປິນຄົນດັງຈາກຕ່າງຊາດທີ່ມາຢ້ຽມຢາມປະເທດລາວ ຈະຍົກເອົາມາໃຫ້ແຟນໆໄດ້ເບິ່ງໝົດກໍຄົງຈະເປັນໄປບໍ່ໄດ້ເພາະມີຫຼາຍອີ່ຫລີ, ແຕ່ທັງໝົດທັງມວນນີ້ທີ່ ຊະນີIndy ຕ້ອງການຍົກຂຶ້ນມາເວົ້າກໍຍ້ອນວ່າ ລອງສັງເກດເບິ່ງແຕ່ລະສິລະປິນທີ່ມາຢ້ຽມຢາມລາວພວກເຂົາລ້ວນແຕ່ທີ່ຈະມັກໃນຄວາມເປັນລາວ ສັງເກດດາລາຍິງກໍຈະມີການລອງນຸ່ງຊຸດໄໝລາວ ລອງເຮັດຫຍັງທີ່ເປັນລາວໆ ແບບ Local ຫຼືບາງຄົນເຖິງຂັ້ນຫຼົງໄຫຼໃນຄວາມເປັນລາວ ມັກວັດທະນະທຳ ມັກທຳທະຊາດທີ່ຍັງອຸດົມສົມບູນ ມັກການນຸ່ງຖືທີ່ເປັນເອກະລັກ ມັກຮອຍຍິ້ມ ມັກໃນຄວາມໃຈດີເປັນກັນເອງຂອງຄົນລາວ ກາຍເປັນສຽງຊ່າລືໄປທົ່ວໂລກ ຈົນດຶງດູດໃຫ້ນັກທ່ອງທ່ຽວເຂົ້າມາປະເທດເຮົາຢ່າງຫຼວງຫຼາຍ ແລະ ຊະນີIndy ຫວັງວ່າແຟນໆທຸກຄົນກໍພ້ອມແລ້ວທີ່ຈະເປັນເຈົ້າບ້ານທີ່ດີ ຕ້ອນຮັບແຂກບ້ານແຂກເມືອງຢ່າງເປັນມິດທີ່ສຸດ. #ຂໍກຳລັງໃຈໃຫ້ຊະນີIndyໄດ້ສ້າງບົດຄວາມດີໆດ້ວຍການແຊຣໄປ

(ຂໍຂອບໃຈສຳລັບຮູບພາບ)

ແບ່ງປັນ