ແຂ່ງຂັນຮ້ອງເພງສຳລັບເດັກນ້ອຍ Vientiane Center kid young blood 2016
ເປັນເວທີໜຶ່ງທີ່ເປີດໂອກາດໃຫ້ເດັກນ້ອຍທີ່ມັກໃນການຮ້ອງເພງ, ກ້າສະແດງອອກ ສະແດງເຖິງຄວາມສາມາດໃນການຮ້ອງເພງ ໂດຍຜູ້ເຂົ້າແຂ່ງຂັ້ນທັງໝົດມີ 15 ຄົນ ເພື່ອຊິງຊະນະເລີດ.
ງານດັ່ງກ່າວໄດ້ຈັດຂຶ້ນໃນວັນທີ່ 24 ກັນຍາ 2016 ຜູ້ຊະນະເລີດໄດ້ແກ່ນາງ ອາລິຕະ ອາລຸນສະຫວາດ ໄດ້ຮັບເງິນສົດ 2 ລ້ານກີບ ແລະ ລາງວັນອື່ນໆ
ຮ້ອງອັນດັບ 1 ໄດ້ແກ່ ນາງ ວິມົນມະນີ ກິຕິຄໍາມູນ ໄດ້ຮັບເງິນສົດ 1 ລ້ານ 5 ແສນກີບ ແລະ ລາງວັນອື່ນໆ
ຮ້ອງອັນດັບສອງ ໄດ້ແກ່ ນາງ ມາລາສະຫວັນ ພອນສິຣິຍະວົງ 1 ລ້ານກີບ ແລະລາງວັນອື່ນໆ
ນອກນັ້ນຍັງມີ ລາງວັນ ຂວັນໃຈມວນຊົນ ຫຼື popular vote ໄດ້ແກ່ ນາງ ຂວັນເຂັມຄໍາ ລັດຕະນະວົງ ໄດ້ຮັບເງິນສົດ 5 ແສນກີບ ແລະລາງວັນອື່ນໆ.