Breaking News

ກຽມຜະລິດລາຍການໂທລະພາບ “ອາຍຸນ້ອຍ 100 ລ້ານ” ໃນລາວ

ແບ່ງປັນ

ໂທລະພາບ TV Lao ເຊັນສັນຍາກັບ Mushroom TV ກຽມຜະລິດລາຍການໂທລະພາບ “ອາຍຸນ້ອນ 100 ລ້ານ” ເຊິ່ງເປັນລາຍການທີ່ໄດ້ຮັບຄວາມນິຍົມໃນປະເທດໄທ ທີ່ນໍາສະເໜີກ່ຽວກັບ ປະຫວັດຄວາມເປັນມາ ໃນການດໍາເນີນທຸລະກິດຂອງນັກທຸລະກິດໜຸ່ມ ກໍຄື ຜູ້ລິເລີ່ມການເຮັດທຸລະກິດໃໝ່ ທີ່ປະສົບຜົນສຳເລັດ. ນອກນັ້ນ, ຍັງໄດ້ສະເໜີກ່ຽວກັບແຮງບັນດານໃຈ, ສິ່ງທ້າທາຍ ແລະ ການຂະຫຍາຍຕະຫຼາດອອກສູ່ອາຊຽນ

ພິທີເຊັນສັນຍາດັ່ງກ່າວໄດ້ຈັດຂຶ້ນໃນວັນທີ່ 30 ກັນຍາ 2016 ທີ່ ໂທລະພາບ ທີວີລາວ ໂດຍການເຊັນສັນຍາລະຫວ່າງທ່ານ ດຣ ຫົງຄໍາ ສຸວັນນະວົງ ປະຖານສະຖານີໂທລະພາບທີວີລາວ ທັງເປັນປະທານສະມາຄົມທຸລະກິດໜຸ່ມແຫ່ງຊາດ ກັບ ທ່ານ ອັກຄະຣັດ ນິຕິພົນ ປະທານເຈົ້າໜ້າທີບໍລິຫານ ບໍລິສັດ Mushroom TV ມີບັນດາແຂກຖືກເຊີນ ແລະ ສື່ມ່ວນຊົນເຂົ້າຮ່ວມເປັນຈໍານວນຫຼາຍ.

ເຊິ່ງລາຍການດັ່ງກ່າວຈະ ເລີ່ມອອກສາຍໃນພາຍເດືອນ 10 ເປັນຕົ້ນໄປ ໂດຍນໍາເອົາເລື່ງທີ່ມີຄວາມນິຍົມຈາກປະເທດໄທມາສາຍກ່ອນຈໍານວນ 4 ເລື່ອງ ຫຼັງຈາກນັ້ນຈິ່ງມີການຖ່າຍທໍາຈາກຄົນລາວ.

ແບ່ງປັນ