Breaking News

ຄອບຄົວສຸດອົບອຸ່ນ! ເປີດເຜີຍຮູບພາບ ຊົມພູ່-ນ໋ອດ ແລະ ລູກຊາຍຝາແຝດ “Thunder ແລະ Storm” ທີ່ແຟນຄລັບຫຼາຍຄົນລໍຖ້າເບິ່ງ!!!

ແບ່ງປັນ

ຫຼັງຈາກທີ່ ຊົມພູ່ ອາລາຍາ ເອຮາເກັດ ດາລາສາວ ແຟຼຊັ່ນນິດຕ້າ ຄົນດັງຈາກປະເທດເພື່ອນບ້ານ ໄດ້ມີກຳນົດອອກລູກໃນວັນທີ 6 ກັນຍາ 2017 ທີ່ຜ່ານມາ ຈົນເກີດເປັນກະແສດັງຂ້າມຄືນ ເຮັດໃຫ້ທັງຄອບຄົວ ບັນດາໝູ່ເພື່ອນຄົນໃນວົງການບັນເທິງ ແລະ ບັນດາແຟນຄລັບຕ່າງລຸ້ນໃຫ້ກຳລັງໃຈ ແລະ ຖ້າເບິ່ງໜ້າຕາຂອງລູກແຝດຊາຍ ນັ້ນກໍຄື ນ້ອງ Thunder ແລະ Storm ເຊິ່ງທັງແມ່ ແລະ ລູກຊາຍຝາແຝດກໍປອດໄພດີ.

ມາໃນມື້ນີ້ວັນທີ 7 ກັນຍາ 2017 ກໍເຫັນກັນແລ້ວ ຫຼ້າສຸດໃນອິນສະຕາແກຼມຂອງ ຊົມພູ່ ອາລາຍາ ກໍໄດ້ໂພສຮູບພາບຄອບຄົວສຸດອົບອຸ່ນມີ ຊົມພູ່-ນ໋ອດ ແລະ ລູກຊາຍຝາແຝດທີ່ສຸດແສນຈະໜ້າຮັກນ້ອງ ສາຍຟ້າ ແລະ ພາຍຸ ຫຼື ມີຊື່ຫຼິ້ນກໍຄື Thunder ແລະ Storm, ຈົນເຮັດໃຫ້ບັນດາຄົນໃນວົງການບັນເທິງ ໝູ່ເພື່ອນ ແຟນຄລັບ ແລະ ສື່ມວນຊົນໃຫ້ຄວາມສົນໃຈແລະເຂົ້າມາສະແດງຄວາມຍິນດີຈົນເຕັມອິນສະຕາແກຼມຂອງຊົມພູ່.

#ຢ່າງໃດກໍຂໍສະແດງຄວາມຍິນດີນຳຫຼາຍໆເດີ້

ຮູບພາບ: chomismaterialgirl , thunderstorm_babytwins

ແບ່ງປັນ