Breaking News

ພິທີມອບລາງວັນ ໃຫ້ທີມຊະນະເລີດການແຂ່ງຂັນວິດີໂອສັ້ນ ຊາວໜຸ່ມອາຊຽນ

ແບ່ງປັນ

ໃນວັນທີ 21 ກັນຍາ 2017, ທີ່ ກະຊວງການຕ່າງປະເທດ ທ່ານ ພູໂຂງ ສີສຸລາດ ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປເທດ, ຜູ້ຕາງໜ້າ​ຂອງ ສ​ປປ ລາວ ປະ​ຈໍາຄະນະ​ກໍາມາທິ​ການ​ ລະຫວ່າງ ລັດຖະບານ​ອາຊຽນ ວ່າ​ດ້ວຍ ສິດທິ​ມະນຸດ (AICHR) ໄດ້ເປັນປະທານ ໃນພິທີມອບລາງວັນ ແຂ່ງຂັນວິດີໂອສັ້ນຊາວໜຸ່ມອາຊຽນ ລະດັບປະເທດ ພາຍໃຕ້ຫົວຂໍ້: “ອາຊຽນຕ້ານການຄ້າມະນຸດ: ມະນຸດບໍ່ໄດ້ມີເພື່ອຂາຍ”,ໂດຍການເຂົ້າຮ່ວມ ຂອງຄະນະກົມອາຊຽນ, ບັນດາຄະນະກຳມະການ ຕັດສິນການແຂ່ງຂັນ, ຕາງໜ້າຈາກກະຊວງ ປ້ອງກັນຄວາມສະຫງົບ, ສູນກາງສະຫະພັນແມ່ຍິງລາວ ແລະ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ພ້ອມດ້ວຍຜູ້ຕາງໜ້າຈາກ ພາກສ່ວນທີ່ກ່ຽວຂ້ອງ.

ທີມທີ່ໄດ້ຮັບລາງວັນຊະນະເລີດອັນດັບ 1 ໃນການແຂ່ງຂັນໃນຄັ້ງນີ້, ໄດ້ແກ່ທີມ “Me-O” ໄດ້ຮັບລາງວັນເປັນເງິນສົດ ຈາກ ຄະນະ​ກໍາມາ​ທິການ ​ລະຫວ່າງ ລັດຖະບານ​ອາຊຽນ ວ່າ​ດ້ວຍສິດທິ​ມະນຸດ (AICHR) 500 ໂດລາສະຫະລັດ. ຜົນງານຂອງທີມຊະນະເລີດຈາກ ສປປ ລາວ ຈະຖືກສົ່ງເຂົ້າແຂ່ງຂັນຕໍ່ ເພື່ອຊີງລາງວັນລະດັບອາຊຽນ ແລະ ລາງວັນຂວັນໃຈປະຊາຊົນອີກດ້ວຍ, ຊຶ່ງຈະມີການພິຈາລະນາຕັດສິນໃຫ້ລາງວັນດັ່ງກ່າວ ຢູ່ກອງເລຂາອາຊຽນ ນະຄອນຫລວງຈາກາກຕາ ປະ​ເທດອິນໂດເນເຊຍ ໃນທ້າຍເດືອນກັນຍານີ້.

ການແຂ່ງຂັນວິດີໂອສັ້ນດັ່ງກ່າວ, ແມ່ນກິດຈະກໍາຮ່ວມລະຫວ່າງຄະນະກໍາມາທິການ ລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທີມະນຸດ (AICHR) ແລະ ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ (CPR) ຈັດຂຶ້ນ, ເພື່ອແນໃສ່ເປີດໂອກາດໃຫ້ຊາວຫນຸ່ມຂອງປະເທດສະມາຊິກອາຊຽນ ໄດ້ສະແດງຄວາມສາມາດ ແລະ ສົ່ງເສີມຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຜົນຮ້າຍການຄ້າມະນຸດຢູ່ປະເທດຂອງຕົນ ກໍຄື ໃນພາກພື້ນອາຊຽນ ແລະ ທັງເປັນການໂຄສະນາເຜີຍແຜ່ນະໂຍບາຍ ແລະ ມາດຕະການຂອງປະເທດ ແລະ ພາກພື້ນອາຊຽນ ໃນການຕ້ານການຄ້າມະນຸດ.

ຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ

ແບ່ງປັນ