Breaking News

ຮ້ານເຂົ້າຈີ່-ກາເຟ ​ມົນສະ​ເໜ່​ແຫ່ງ​​ລົດ​ຊາດ ​ກັບບັນ​ຍາ​ກ​າດ​ແບບປະ​ທັບ​ໃຈ

ແບ່ງປັນ

ໄລຍະແຫ່ງການຜັນປ່ຽນລະດູການ ຈາກລະດູຝົນເລີ່ມເຂົ້າສູ່ລະດູໜາວ ອາກາດກໍເລີ່ມເຢັນໆມາໜ້ອຍໜຶ່ງແລ້ວ ຖ້າໄດ້ກາເຟຮ້ອນຈັກຈອກ ແລະ ເຂົ້າຈີ່ແຊບໆຈັກອັນ ມານັ່ງຊຸມກັນເພື່ອຜ່ອນຄາຍບັນຍາກາດໜາວໆເຢັນໆແບບນີ້ຄົງຈະດີຂຶ້ນຢ່າງແນ່ນອນ. ຊັ້ນຈະຊັກຊ້າໄປເຮັດຫຍັງ ມາຮູ້ຈັກກັບ ຮ້ານເຂົ້າຈີ່-ກາເຟ ກັນດີກວ່າ ຂວັນໃຈ ຂໍແນະນໍາຮ້ານກາເຟ ທີ່ກຳລັງໄດ້ຮັບຄວາມນິຍົມຫລາຍທີ່ສຸດໃນກຸ່ມຄົນຍຸກໃໝ່ ທີ່ຕ້ອງແລ່ນນຳເວລາ ເພື່ອຮັບປະທານອາຫານທີ່ສະດວກສະບາຍ, ລົດຊາດແຊບ, ບໍລິການປະທັບໃຈ ແລະ ວ່ອງໄວທັນໃຈກັນດີກວ່າ. ຮ້ານດັ່ງກ່າວມີຊື່ວ່າ: ຮ້ານເຂົ້າຈີ່-ກາເຟ ຕັ້ງຢູ່ຂ້າງສໍານັກງານນາຍົກ ລັດຖະມົນຕີ ແລະ ຢູ່ດ້ານຫຼັງໂຮງຮຽນອຸດົມສຶກສາວຽງຈັນ ໃນຕຶກບໍລິສັດ ເຄ&ຊີ ເຊິ່ງບໍລິການອາຫານປະເພດເຂົ້າຈີ່ທຸກຊະນິດ, ກາເຟທີ່ເປັນແບບລາວແທ້ ແລະ ເຄື່ອງດື່ມທົ່ວໄປ ທີ່ໃຫ້ລົດຊາດຖືກໃຈແກ່ບັນດານັກຊິມທັງຫຼາຍໄດ້ເປັນຢ່າງດີ.

14646736_1134805279942010_1815593855_o

ເມື່ອເວົ້າເຖິງເຂົ້າຈີ່ ແລະ ກາເຟ ຫຼາຍທ່ານອາດຈະຮູ້ດີວ່າ: ເປັນອາຫານທີ່ຊອກຫາກິນງ່າຍ ທັງໃຫ້ຄວາມສະດວກສະບາຍຫລາຍທີ່ສຸດໃນຍາມຫິວທີ່ຟ້າວຟັ່ງ ແລະ ຮີບດ່ວນ ເໝາະສົມສໍາລັບຄົນເຮັດວຽກໃນຍຸກປັດຈຸບັນ ທີ່ຕ້ອງປະຕິບັດໂມງເວລາຢ່າງເຂັ້ມງວດ ເຂົ້າຈີ່ຍັງສາມາດຕອບໂຈດໃນຝັນຂອງການກິນອາຫານໃນຕອນເຊົ້າ ຊື້ອອກໄປກິນເອງໄດ້ ຫຼື ບາງທ່ານທີ່ຕ້ອງການນັ່ງກິນຢູ່ພາຍໃນຮ້ານ ທາງຮ້ານກໍມີບ່ອນນັດພົບປະສັງສັນທີ່ມີບັນຍາກາດແບບເປັນກັນເອງ, ອົບອຸ່ນ, ມີມູມໂລແມນຕິກ, ສະບາຍສະບາຍ ດ້ວຍການຕົກແຕ່ງຮ້ານໃນສະໄຕສ໌ ຝຣັ່ງ ທີ່ມີບ່ອນນັ່ງກິນ-ດື່ມພາຍໃນຮ້ານ ຫຼື ຖ້າຫາກທ່ານໃດທີ່ມັກອາກາດສົດກໍສາມາດນັ່ງຢູ່ທາງດ້ານນອກຂອງຮ້ານກໍໄດ້. ທາງຮ້ານຍັງມີມູມງາມໆທີ່ເປັນເອກະລັກຂອງຮ້ານສໍາລັບຄົນທີ່ມັກຖ່າຍຮູບໄວ້ເປັນທີ່ລະນຶກນຳອີກ.

14658375_1134804733275398_1747512907_n

ຈຸດເດັ່ນຂອງຮ້ານ ແມ່ນລົດຊາດ “ເຂົ້າຈີ່” ທີ່ແຊບມີຫຼາຍອັນໃຫ້ເລືອກ ໂດຍປົກກະຕິທາງຮ້ານຈະມີພຽງເຂົ້າຈີ່ປາເຕ້, ແຕ່ຮ້ານເຂົ້າຈີ່-ກາເຟ ໄດ້ພັດທະນາສ້າງເມນູເພີ່ມຕື່ມ ເຊັ່ນ: ເຂົ້າຈີ່ທູນາ, ເຂົ້າຈີ່ໄກ່ອົບ, ເຂົ້າຈີ່ປາແຊວມັອນ ແລະ ອື່ນໆ ທີ່ມີຫຼາກຫຼາຍລົດຊາດຄວາມແຊບທີ່ແຕກຕ່າງກັນໄປ ນອກຈາກນັ້ນ ຍັງມີ ກາເຟທີ່ຫອມນຸ້ມແຊບເປັນເອກະລັກຂອງລາວ ແລະ ລາຄາທີ່ເໝາະສົມກັບຄົນທົ່ວໄປ ສິ່ງສຳຄັນທີ່ສຸດກໍຄື ລູກຄ້າຈະໄດ້ສຳພັດກັບບັນຍາກາດຫວານໆ, ເຢັນສະບາຍໆ ຕາມສະໄຕ ຝຣັ່ງ ກັບຄວາມຮູ້ສຶກທີ່ອົບອຸ່ນເປັນກັນເອງ ເໝາະສຳລັບການນັດລົມລູກຄ້າ ຫຼື ແຂກຄົນສຳຄັນ ແລະ ອາດຈະນັດປະຊຸມນ້ອຍ ພາຍໃນຮ້ານກໍຮອງຮັບໄດ້

14625274_1134804626608742_940586506_n

ຮ້ານເຂົ້າຈີ່-ກາເຟ ໃຫ້ບໍລິການອາຫານເຊົ້າແບບງ່າຍໆ ລວມມີ: ໄຂ່ດາວ+ໄສ້ກອກ+ແຮມ+ເຂົ້າຈີ່, ຊີນມາຍ+ເຂົ້າຈີ່, ລາວູໄກ່+ເຂົ້າຈີ່ ສ່ວນປະເພດເຂົ້າຈີ່ ຈະມີ: ເຂົ້າຈີ່ປາເຕ້, ເຂົ້າຈີ່ໄກ່ອົບ, ເຂົ້າຈີ່ປາແຊວມ້ອນຮົມຄວັນ, ເຂົ້າຈີ່ທູນາ, ເຂົ້າຈີ່ເບີເກີ, ເຂົ້າຈີ່ຜັກ ແລະ ອື່ນໆ… ສຳລັບຂອງຫວານແມ່ນ: ເຂົ້າຈີ່ສັງຂະຫຍາໃບເຕີຍ, ເຂົ້າຈີ່ເນີຍນໍ້າຕານ, ເຂົ້າຈີ່ສັງຂະຫຍາຊອກໂກແລັດ, ເຂົ້າຈີ່ສັງຂະຫຍາສາລີ… ນອກນັ້ນ ຍັງມີປະເພດເຄື່ອງດື່ມຫຼາຍຊະນິດ ເຊັ່ນ: ລາເຕ້, ຄາປູຊິໂນ, ເອັສ໌ເພຣັສ໌ໂຊ, ຄາລາແມວລາເຕ້, ມັອກຄ້າ, ຊາຮ້ອນ, ຊາຂຽວ, ນໍ້າໝາກກ້ຽງສົດ, ນໍ້າໝາກນາວສົດ ແລະ ອື່ນໆອີກຫຼາຍລາຍການ.

14647181_1134807489941789_1356043872_o

ຮ້ານເຂົ້າຈີ່-ກາເຟ ຕັ້ງຢູ່ທີ່: ຖະໜົນສຳນັກງານນາຍົກລັດຖະມົນຕີ ບ້ານສີສະຫວາດ, ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ

ເວລາເປີດ: ທຸກວັນຈັນ ເຖິງ ສຸກ ເລີ່ມແຕ່ 07:00 ໂມງເຊົ້າ ຫາ 18:00 ໂມງແລງ ແລະ ວັນເສົາ-ອາທິດ ເລີ່ມແຕ່ 07:00 ໂມງເຊົ້າ ຫາ 15:00 ໂມງແລງ ເບີໂທ: 0305950000 ຫຼື ສາມາດຕິດຕາມໄດ້ທີ່ Page Facebook: Kaogee cafe

 

 

 

14643010_1134805709941967_1666009321_n

 

 

ແບ່ງປັນ