Breaking News

ງານມະຫາກໍາ ສີມືຫັດຖະກໍາລາວ ປີ 2017.

ແບ່ງປັນ

ງານມະຫາກໍາ ສີມືຫັດຖະກໍາລາວ ຄັ້ງທີ 16 ປີ 2017 ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນບ່າຍຂອງວັນທີ 16 ຕຸລາ 2017 ຢູ່ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫຼວງວຽງຈັນ. ໂດຍໃຫ້ກຽດເຂົ້າຮ່ວມເປີດງານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ທ່ານ ຫານຊະນະ ສີສານ ປະທານ ສະມາຄົມຫັດຖະກໍາລາວ, ພ້ອມດ້ວຍບັນດາອົງການ, ຂະແໜ່ງທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວໄດ້ກ່າວວ່າ: ງານມະຫາກໍາ ສີມືຫັດຖະກໍາລາວ ບໍ່ພຽງແຕ່ເປັນງານບຸນປະເພນີ ຂອງຊາວຊ່າງ ຫັດຖະກໍາເທົ່ານັ້ນ ແຕ່ຍັງເປັນງານບຸນສົ່ງເສີມ ແລະ ພັດທະນາສິນຄ້າຫັດຖະກໍານໍາອີກ. ໃນປີ 2018 ນີ້ຈະເປັນປີທ່ອງທ່ຽວລາວແລ້ວ ຫັດຖະກໍາລາວກໍ່ເປັນລາຍການໜຶ່ງຂອງລາຍການທ່ອງທ່ຽວລາວ ເພື່ອເຮັດໃຫ້ລາຍການທ່ອງທ່ຽວລາວ ມີຄວາມອຸດົມສົມບູນຂຶ້ນ ພ້ອມທັງເຮັດໃຫ້ນັກທ່ອງທ່ຽວທີ່ມາທ່ຽວລາວມີຄວາມຕິດອົກຕິດໃຈ ມາແລ້ວຢາກກັບມາອີກ ຫຼື ເຊີນຊວນໃຫ້ນັກທ່ອງທ່ຽວມາທ່ອງທ່ຽວລາວໃຫ້ຫຼາຍຂຶ້ນ.

ທ່ານ ຫານຊະນະ ສີສານ ປະທານ ສະມາຄົມ ຫັດຖະກໍາລາວ ຍັງລາຍງານຫຍໍ້ໃຫ້ຮູ້ກ່ຽວກັບງານໃນຄັ້ງນີ້ອີກວ່າ: ງານມະຫາກໍາ ສີມືຫັດຖະກໍາລາວ ໃນປີນີ້ມີຮ້ານວາງສະແດງເຄື່ອງຫັດຖະກໍາ ປະມານ 200 ກວ່າຮ້ານ, ເຄື່ອງຫັດຖະກໍາທີ່ນໍາມາສະແດງມີ ຜະລິດຕະພັນຜ້າໄໝ, ຜ້າຝ້າຍພື້ນເມືອງ, ມີເຄື່ອງເງິນ, ເຄື່ອງທອງເຫຼືອງ, ເຄື່ອງປັ້ນດິນເຜົາ, ໄມ້ຂວັດ, ຜະລິດຕະພັນວັດທະນະທໍາ, ເຄື່ອງຈັກສານໄມ້ປ່ອງ, ຫວາຍ ແລະ ເຄື່ອງໄມ້ຕ່າງໆ. ງານດັ່ງກ່າວນີ້ຈະເປີດຕັ້ງແຕ່ມືວັນທີ 16-22 ຕຸລາ 2017.

ນອກຈາກນີ້ພາຍໃນງານຍັງມີມອບໃບຢັ້ງຢືນ ແລະ ຂັນລາງວັນໃຫ້ຜູ້ຊະນະເລີດ ປະກວດແຂ່ງຂັນຜະລິດຕະພັນດີເດັ່ນ ປະຈໍາປີ 2017.

  • ລາງວັນລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ.

ລາງວັນທີ 1: ຮ້ານ ແພງໄໝ ຫັດຖະກໍາ, ລາງວັນທີ 2: ຮ້ານ ປ້າແສນ ຫັດຖະກໍາ, ລາງວັນທີ 3: ຮ້ານ ໄຄສີ ຫັດຖະກໍາ

  • ລາງວັນສະຖານທູດຢີ່ປຸ່ນ.

ບໍລິສັດ ຟ້າວັດທະນາ ຈໍາກັດ

ແບ່ງປັນ