Breaking News

ຊູຊີ ນາງເອກ ສາວ Sexy ສະຫຼະໂສດແລ້ວຫຼັງຄົບກັນມາ 4 ປີ

ແບ່ງປັນ

ຊູຊີ  Shu Qi ນາງເອກ ໄຕ້ຫວັນ ຕົກລົງເຂົ້າພິທີແຕ່ງດອງກັບ ສຕີເຟັນ ເຟີງ Stephen Fung ນັກສະແດງ ແລະ ຜູ້ກໍາກັບຮູບເງົາ ຮອງກົງ ຫຼັງຈາກຄົບຫາຮຽນຮູ້ໃຈກັນເປັນເວລາຫຼາຍປີພໍສົມຄວນ.

ທັງສອງໄດ້ຈັດງານແຕ່ງທີ່ນະຄອນຫຼວງປາກ ປະເທດສາທາລະນະລັດເຊັກ ເຊິ່ງເປັນສະຖານທີຝ່າຍຊາຍກໍາກັບຝ່າຍຍິງໃນຮູບເງົາເລື່ອງ: ລ້າສົມບັດ (The Adventurers) ພາຍໃນງານຈະບໍ່ມີການຈັດງານລ້ຽງສະຫຼອງແຕ່ງດອງ ລວມທັງບອກຕື່ມອີກວ່າ: ບໍ່ໄດ້ມີລູກກ່ອນແຕ່ງ. ຕາມການຖະແຫຼງຂ່າວໃຫ້ຮູ້ວ່າ: ທັງສອງໄດ້ຮູ້ຈັກກັນມາເປັນເວລາ 20 ກວ່າປີ ແລະ ຮັກກັນມາດົນກວ່າ 4 ປີແລ້ວ

ຊູຊີເກີດທີ ໄຕຫວັນ ເລີ່ມຕົ້ນຈາກອາຊີບນາງແບບ ແລະ ຍ້າຍມາຢູ່ຮອງກົງເພື່ອເປັນນັກສະແດງ ສ່ວນຝົງ ເຕີຫຼຸນ ເລີ່ມຕົ້ນຈາກການເປັນນັກສະແດງ ແລະ ນັກຮ້ອງໃນຮອງກົງ ປະສົບຄວາມສຳເລັດພໍສົມຄວນ ກ່ອນທີ່ຈະປ່ຽນມາເຮັດງານເບື້ອງຫຼັງ ເປັນຜູ້ກໍາກັບຜົນງານຮູບເງົາເລື່ອງ ໄທເກັກ ຫມັດນ້ອຍ ເລັກຕັນໃນປີ 2012 ແລະພາກຕໍ່ນໍາອີກ

ຊູຊີພົບຝົງ ເຕີຫຼຸນໃນຮູບເງົາ ດຣາມາ ເລື່ອງ Bishonen ກ່ອນທີ່ຈະຄົບຫາເບິ່ງເປັນໃຈກັນ ດົນກວ່າ 4 ປີ ແລະ ຕັດສິນໃຈແຕ່ງດອງກັນໃນທີ່ສຸດ.

559000009148003

shu-qi08

shu-qi09

suzy2

ແບ່ງປັນ