ອາຫານຕ້ານພະຍາດມະເຮັງ
ການເລືອກກິນອາຫານກໍເປັນໜຶ່ງໃນທາງອອກສໍາລັບຄົນທີ່ບໍ່ຢາກເປັນພະຍາດມະເຮັງ ໂດຍສະຖາບັນວິໄຈມະເຮັງແຫ່ງສະຫະລັດອາເມລິກາໄດ້ອອກມາແນະນໍາສຸດຍອດອາຫານທີ່ມີສານຕ້ານມະເຮັງດັ່ງນີ້:
ກຸ່ມອາຫານທີ່ມີສານຕ້ານມະເຮັງສູງສຸດເຊັ່ນ: ຫົວຜັກທຽມ, ຜັກກະຫຼໍ່າປີ, ຖົ່ວເຫຼືອງ, ຂີງ, ກະຣົດ ແລະ ຜັກເຊີນາລີ (Celery).
ກຸ່ມອາຫານທີ່ມີສານຕ້ານມະເຮັງລະດັບກາງເຊັ່ນ: ເຕົາຮູ້, ໝາກກ້ຽງ, ເລມອນ, ໝາກເລັ່ນ.
ກຸ່ມອາຫານທີ່ມີສານຕ້ານມະເຮັງລະດັບຕໍ່າເຊັ່ນ: ໝາກແຕງເມລອນ, ມັນຝຣັ່ງ, ໝາກໄມ້ຕະກຸນເບີຣີ່.