Breaking News

ການສະເຫຼີມສະຫຼອງວັນສະຖິຕິໂລກ

ແບ່ງປັນ

ຕອນເຊົ້າວັນທີ່ 20 ຕຸລາ 2017 ຢູ່ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ໄດ້ມີພິທີຖະແຫຼງຂ່າວກ່ຽວກັບການສະເຫຼີມສະຫຼອງໃນວັນສະຖິຕິໂລກ ພາຍໃຕ້ຄໍາຂວັນທີ່ວ່າ “ບໍ່ປະປ່ອຍຜູ້ໃດຢູ່ເບື້ອງຫຼັງ” ໂດຍໃຫ້ກຽດເຂົ້າຮ່ວມໂດຍທ່ານ ປອ. ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ປອ. ສະໃໝຈັນ ບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ, ທຽບເທົ່າຮອງລັດຖະມົນຕີ ແລະ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ປອ. ສະໃໝຈັນ ບຸບຜາ ໄດ້ກ່າວໃຫ້ຮູ້ວ່າ: ພາຍຫຼັງທີ່ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍ ສະຖິຕິ ໃນວັນທີ 30 ມີຖຸນາ 2010 ເຊິ່ງເປັນກົດໝາຍສະບັບທໍາອິດຂອງ ສປປ ລາວ, ດັ່ງນັ້ນ ລັດຖະບານຈຶ່ງໄດ້ຕົກລົງຖືເອົາວັນດັ່ງກ່າວ ເປັນວັນສະຖິຕິແຫ່ງຊາດ ແລະ ໃນປີດຽວກັນນັ້ນ ອົງການສະຫະປະຊາຊາດ ກໍ່ໄດ້ຮອງຮັບເອົາ ວັນທີ 20 ຕຸລາ 2010 ເປັນວັນສະຖິຕິໂລກ ແລະ ມາຮອດປີນີ້ກໍ່ໄດ້ໝູນວຽນບັນຈົບຄົບຮອບເປັນປີທີ 7. ໃນວັນທີ 10 ຕຸລາ ແຕ່ລະປີບັນດາອົງການສະຖິຕິ ແຕ່ລະປະເທດໄດ້ຈັດກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງ ວັນສະຖິຕິໂລກ ພາຍໃຕ້ຄໍາຂວັນທີ່ວ່າ: “ບໍ່ປະປ່ອຍຜູ້ໃດຢູ່ເບື້ອງຫຼັງ”.

ສໍາລັບການສະເຫຼີມສະຫຼອງໃນວັນສະຖິຕິໂລກປີນີ້ ຍັງໄດ້ມີການຈັດສໍາມະນາໂດຍເນັ້ນໃສ່ການນໍາສະເໜີ 3 ບັນຫາທີ່ສໍາຄັນຄື: ສ້າງ ແລະ ປັບປຸງສະຖິຕິຂັ້ນທ້ອງຖິ່ນ ໂດຍການຫັນວຽກງານສະຖິຕິ ຕາມທິດຂອງມະຕິ 3 ສ້າງ, ສ້າງແຜນການຜະລິດຂໍ້ມູນສະຖິຕິ ເພື່ອສະໜອງໃຫ້ແກ່ການຕິດຕາມ ແລະ ປະເມີນຜົນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs), ການເຜີຍແຜ່ຂໍ້ມູນ ທີ່ທົ່ວເຖິງ ແລະ ທັນສະໄໝ ທີ່ສາມາດເຂົ້າເຖິງໄດ້ງ່າຍ.

ແບ່ງປັນ