Breaking News

ຂໍສະແດງຄວາມຍິນດີ! ນາງງາມຈາກ PERU ຄວ້າມົງກຸດ Miss Grand International 2017

ແບ່ງປັນ

ຜ່ານມາແບບສົດໆຮ້ອນໆສຳລັບການປະກວດສາວງາມເວທີລະດັບໂລກ Miss Grand International 2017  ແລະ ກໍໄດ້ຮູ້ແລະປະກາດຜົນກັນໄປເປັນທີ່ຮຽບຮ້ອຍແລ້ວວ່າສາວງາມທີ່ມີຄວາມເໝາະສົມທັງຄວາມງາມ ບຸກຂະລິກ ພິບໄຫວ ແລະຄວາມສາມາດນັ້ນໄດ້ແກ່ MARIA JOSE LORA ຈາກປະເທດ ເປຣູ (PERU) ຄວ້າມົງກຸດອັນຊົງກຽດ Miss Grand International 2017  ໄປໄດ້ສຳເລັດ. (ຂໍສະແດງຄວາມຍິນດີ)

ສຳລັບ ມາເຣີຍ ຈ໊ອດ ໂລຣ່າ  Miss Grand International 2017 ຄົນຫຼ້າສຸດ ອາຍຸ 27 ປີ ລວງສູງ 180 ສັດສ່ວນ 33-24-34.

ສ່ວນຕຳແໜ່ງຮອງ Miss Grand International 2017 ໄດ້ແກ່:

ຮອງອັນດັບ 1: Tulia Aleman Ferrer ຈາກປະເທດ ເວເນຊູເອຣາ (Venezuela)

ຮອງອັນດັບ 2: Elizabeth Durado Clenci ຈາກປະເທດ ຟິລິປິນ (Philippines)

ຮອງອັນດັບ 3: Brenda Azaria Jimenez ຈາກປະເທດ ໂປໂຕຣິໂກ (Puerto Rico)

ຮອງອັນດັບ 4: Nikola Uhlirova  ຈາກປະເທດ ເຊັກສຼ ຣີພອບບິກ (Czech Republic)

via: Miss Grand International

ແບ່ງປັນ