ປະກາດຜົນກັນໄປເປັນທີ່ຮຽບຮ້ອຍ ສຳລັບການປະກວດນາງງາມໃນເວທີ ນາງສາວລາວ (MISS LAOS 2017) ເຊິ່ງປີນີ້ກໍເປັນອີກປີໜຶ່ງທີ່ມີແມ່ຍິງລາວເຂົ້າປະກວດກັນຢ່າງຫຼວງຫຼາຍ ແລະ ທາງກອງປະກວດເພິ່ນກໍໄດ້ຄັດເລືອກໃຫ້ເຫຼືອພຽງແຕ່ 20 ຄົນສຸດທ້າຍຈາກທົ່ວປະເທດ ເພື່ອເຂົ້າຊິງໃນມື້ຕັດສິນ ໃນວັນທີ 18 ພະຈິກ ທີ່ຜ່ານມາ ແລະ ແຟນໆຫຼາຍໆທ່ານກໍຄົງຈະໄດ້ຮູ້ກັນແດ່ແລ້ວວ່າຄົນທີ່ຄວ້າມົງກຸດອັນຊົງກຽດໃນເວທີ MISS LAOS 2017 ນັ້ນກໍຄື ນາງ ດວງພະໄທ ເມກສີທອງ ML13 ອາຍຸ 19 ປີ ລວງສູງ 170 ຈາກນະຄອນຫຼວງວຽງຈັນ (ຂໍສະແດງຄວາມຍິນດີນຳຫຼາຍໆ)
ແລະ ນອກຈາກນັ້ນສາວງາມທີ່ໄດ້ຕຳແໜ່ງຮອງມີດັ່ງນີ້:
ຮອງອັນດັບ 1: ML15 ຈັນປະເສີດ ສິດທິພັນ
ຮອງອັນດັບ2: ML19 ວິລະພອນ ຂັນແກ້ວ
ຮອງອັນດັບ3: ML9 ສຸດາວອນ ອິນທະວົງ
ຮອງອັນດັບ4: ML8 ເຂັມເພັດ ອານຸລັກ
ງົດງາມຫຼາຍແມ່ຍິງລາວ ຂໍສະແດງຄວາມຍິນດີກັບສາວງາມທຸກໆຄົນນຳເດີ້… #ແຊຣໄປໃຫ້ໂລກຮູ້ ??
??
??
ຮູບພາບ: MISS LAOS ນາງສາວລາວ