Breaking News

ເຊັນສັນຍາຮ່ວມມືສ້າງຮູບເງົາ ລະຫວ່າງ ສປປ ລາວ-ສປ ຈີນ

ແບ່ງປັນ

ບໍລິສັດ ຈົງສື້ຢາໄທ(ປັກກິ່ງ)ສື່ວັດທະນະທໍາ ສາກົນຈໍາກັດ ໄດ້ເຊັນສັນສາຮ່ວມມືຖ່າຍທໍາຮູບເງົາເລື່ອງ: “ດອກຈໍາປາບານ” ກັບ ກົມຮູບເງົາ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຂຶ້ນໃນວັນທີ 25 ຕຸລາ 2016 ທີ່ ໂຮງແຮມດອນຈັນພາເລດ. ໂດຍຕ່າງໜ້າເຊັນສັນຍາລະຫວ່າງທ່ານ ວິທູນ ສຸນດາລາ ວ່າການຫົວໜ້າກົມຮູບເງົາ ກັບ ທ່ານ ໂຈຢັນ ຫົວໜ້າບໍລິສັດ ຈົງສື້ຢາໄທ ແລະ ໃຫ້ກຽດໃນການເຂົ້າຮ່ວມເປັນສັກຄີພິຍານຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມີບັນດາແຂກທີ່ຖືກເຊີນພ້ອມດ້ວຍສື່ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ຮູບເງົາເລື່ອງ: “ດອກຈໍາປາບານ” ເປັນຮູບເງົາທີ່ພັນລະນາເຖິງຄວາມຮັກທີ່ສວຍງາມຂອງນ້ອງສາວລາວ ແລະ ອ້າຍບ່າວຈີນ ທີ່ສະແດງໃຫ້ເຫັນເຖິງການຜູກມິດສຳພັນທີ່ດີ, ທໍາມະຊາດທີ່ສວຍສົດງົດງາມ, ວັດທະນະທໍາ ຮີດຄອງປະເພນີ ອັນດີງາມ ຂອງສອງຊາດລາວ-ຈີນ.

ການຮ່ວມມືສ້າງຮູບເງົາໃນຄັ້ງນີ້ ເປັນເລື່ອງທໍາອິດໃນການພົວພັນລາວ-ຈີນຄົບຮອບ 55 ປີ ເພື່ອຮັດແໜ້ນຄວາມສາມັກຄີສູງສຸດຂອງສອງປະເທດ ແລະ ເພື່ອຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີຄື: ເພື່ອນບ້ານທີ່ດີ, ເພື່ອມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ.

 

ແບ່ງປັນ