Breaking News

ຟັງແລ້ວຂົນໜາວລຸກ! ເດັກນ້ອຍລາວໄປໂຊພະລັງສຽງໃນລາຍການແຂ່ງເພງຊື່ດັງທີ່ ປະເທດ ຍີ່ປຸ່ນ.

ແບ່ງປັນ

ປະໂທະ! ຟັງສຽງຮ້ອງເພງແລ້ວຂົນໜາວລຸກ... ຕ້ອງຂໍຍອມໃນພະລັງສຽງຂອງເດັກນ້ອຍລາວ ນ້ອງ ອະລິຕາ ອາລຸນສະຫວັດ ອາຍຸ 13 ປີ ເຍົາວະຊົນລາວຄົນເກັ່ງທີ່ໄປໂຊຄວາມສາມາດໃນລາຍການແຂ່ງເພງຊື່ດັງທີ່ ປະເທດ ຍີ່ປຸ່ນ, ເຊິ່ງໄດ້ໂຊພະລັງສຽງໃຫ້ກຳມະການ ແລະ ຜູ້ຄົນໄດ້ເຫັນຄວາມສາມາດໃນບົດເພງທີ່ມີຊື່ວ່າ dream come true ເຮັດເອົາຄົນທີ່ໄປເບິ່ງການແຂ່ງຂັນເຖິງຂັ້ນຕະລຶງໃນພະລັງສຽງ (ຂໍບອກວ່າສຸດຍອດ…)

ນ້ອງAlita Alounsavathອາລິຕະ(13ປີ)ນັກຮ້ອງຕົວແທນປະເທດລາວ??ເຂົ້າປະກວດຮ້ອງເພັງໃນລາຍການ 『のどじまんTHEワールド! 』ເປັນຄັ້ງທຳອິດຂອງປະເທດລາວໃນເພງ「何度でも」-dream come true ທີ່ປະເທດຍີ່ປຸ່ນ.#ຂໍຄາລະວະ?ຟັງສຽງລອງເບີ່ງຈະຮູ້ວ່າສຸດຍອດສໍ່າໃດ. #ຂໍສາມຄຳ. ຄົນລາວກຳລັງດັງໃນຫລາຍເວທີໃຜມີຄວາມສາມາດຢ່າປ່ອຍໃວ້ສະແດງອອກມາໃຫ້ໂລກໄດ້ຮູ້ວ່າຄົນລາວເກັ່ງ ແລະມີຄວາມສາມາດສະໝັກໄດ້ທີ່ http://www.ntv.co.jp/nodo/old/offer.html. #ແຊດ່ວນ #ຂົນຫນາວແຕກ #https://youtu.be/9RUmor_Cqnc share アリタちゃん13歳の女の子が、日本の歌手の何度でもの歌を歌ってた。かなり凄かった。#感謝#感動#胸いっぱい #japan #tokyo #song #sing #laos #people #lover #lovers とても、上手だったよ? ເສຍດາຍຍັງຄະແນນດຽວສິເປັນແຊມ.

健一 武志さんの投稿 2017年11月25日(土)

 

ສຳລັບການປະກວດຮ້ອງເພງໃນຄັ້ງນີ້ມີຊື່ລາຍການວ່າ 『のどじまんTHEワールド! 』 ເປັນຄັ້ງທຳອິດຂອງປະເທດລາວໃນເພງ「何度でも」-dream come true ທີ່ປະເທດ ຍີ່ປຸ່ນ ລະດັບນານຊາດຄັ້ງທີ່ 16 ຂອງຍີ່ປຸ່ນ  ເຊິ່ງລາຍການດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 25 ພະຈິກ 2017 ໃນປີນີ້ມີ 23 ນັກຮ້ອງສຽງດີຕົວແທນຈາກທົ່ວໂລກເດີນທາງມາຮ່ວມປະກວດ.

ເຖິງແມ່ນວ່າ ນ້ອງ ອະລິຕາ ອາລຸນສະຫວັດ ຈະບໍ່ໄດ້ລາງວັນຊະນະເລີດ ແຕ່ກໍໄດ້ໃຈຄົນລາວໄປເຕັມໆ… ເກັ່ງຫຼາຍໆ  (ຊົມເຊີຍ)

ຂໍຂອບໃຈຄລິບ ແລະ ຮູບພາບ

 

ແບ່ງປັນ