Breaking News

ການເມີນເສີຍກໍແມ່ນຮູບການໜຶ່ງຂອງຄວາມຮຸນແຮງຕໍ່ແມ່ຍິງ

ແບ່ງປັນ

ຫຼາຍໆຄົນອາດເຂົ້າໃຈວ່າ ການກະທຳໃດໜຶ່ງທີ່ກໍໃຫ້ເກີດຄວາມເສຍຫາຍ ຕໍ່ຮ່າງກາຍ ຈິດໃຈ ທາງເພດ ແລະເສດຖະກິດ ຂອງແມ່ຍິງ ແລະເດັກ ເປັນຄວາມຮຸນແຮງແມ່ນບໍ່? ແຕ່ຍັງບໍ່ໝົດເທົ່ານັ້ນເດີ້ ເພາະການບໍ່ກະທຳ ກໍຄື ການເມີນເສີຍ ຫຼືລະເລີຍ ອັນພາໃຫ້ເກີດຄວາມເສຍຫາຍໃນດ້ານຕ່າງໆ ກໍໍຖືວ່າແມ່ນ ຄວາມຮຸນແຮງ ແລະຜິດກົດໝາຍເຊັ່ນກັນໃດ

ອີງຕາມກົດໝາຍວ່າດ້ວຍ ການຕ້ານແລະສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງແລະເດັກ (ປີ 2015) ມາດຕາ 4 ການອະທິບາຍສັບ ຂໍ້ທີ 8 ໄດ້ເວົ້າເຖິງ ການເມີນເສີຍ ຫຼື ລະເລີຍ ວ່າໝາຍເຖິງ:

“ການບໍ່ເຮັດໃນສິ່ງທີ່ກົດໝາຍບອກໃຫ້ເຮັດ ຫຼື ໃນສິ່ງທີ່ສະມາຊິກໃນຄອບຄົວ ຄວນປະຕິບັດຕໍ່ກັນ ເຊິ່ງສ້າງຄວາມເສຍຫາຍຕໍ່ຮ່າງກາຍ, ຈິດໃຈ ຫຼືສຸຂະພາບຂອງແມ່ຍິງ ແລະເດັ ເປັນຕົ້ນ ການບໍ່ປະຕິບັດພັນທະຂອງຕົນ ໃນການເບິ່ງແຍງລ້ຽງດູລູກ ຫຼືເດັກທີ່ຢູ່ໃນການຄຸ້ມຄອງຂອງຕົນ, ການບໍ່ເບິ່ງແຍງດູແລ ສະມາຊິກໃນຄຄອບຄົວ ເວລາເຈັບເປັນ ຫຼືເສຍອົງຄະ”

ເຊັ່ນ: ຜົວບໍ່ເອົາໃຈໃສ່ເມຍ, ພໍ່ແມ່ບໍ່ເອົາໃຈໃສ່ລູກ ອັນເປັນເຫດໃຫ້ຜູ້ຖືກກະທຳເຫຼົ່ານັ້ນໄດ້ຮັບຜົນກະທົບໃນທາງລົບ

ເນື່ອງໃນວັນຕ້ານການໃຊ້ຄວາມຮຸຸນແຮງຕໍ່ແມ່ຍິງສາກົນ ວັນທີ 25 ພະຈິກນີ້ ວາລະສານຂວັນໃຈ ຂໍປະກາດຈຸດຢືນວ່າ ຈະບໍ່ເມີນເສີຍຕໍ່ຄວາມຮຸນແຮງໃນສັງຄົມລາວ ແລະຂໍເຊີນຊວນທຸກໆຄົນ ຮ່ວມປະກາດຈຸດຢືນວ່າຈະຍຸຕິຄວາມຮຸນແຮງຕໍ່ແມ່ຍິງໃຫ້ໝົດໄປ

ແບ່ງປັນ