Breaking News

ສະເທືອນໃຈ! ເກີດເຫດບໍ່ຄາດຄິດກັບອາສາກູ້ໄພ ອາການສາຫັດ!!!

ແບ່ງປັນ

ຫົວໃຈຈະວາຍ! ອາສາກູ້ໄພນະຄອນຫລວງ 1624 ເກີດອຸບັດຕິເຫດໃນເວລາປະຕິບັດໜ້າທີ່!!!

ໃນຄືນວັນທີ 12 ທັນວາ 2017 ເກີດເຫດບໍ່ຄາດຄິດອາສາກູ້ໄພນະຄອນຫຼວງ 1624 ທີ່ໄປຊ່ວຍຄົນເຈັບທີ່ເກີດອຸບັດຕິເຫດລົດຈັກລົ້ມເອງ ຫຼື ວ່າມີລົດມາຕຳເອົາແລ້ວໜີກໍຍັງບໍ່ຮູ້ສາເຫດທີ່ແນ່ຊັດ ຜູ້ປະສົບເຫດບາດເຈັບສົມຄວນດັ່ງນັ້ນໜ່ວຍກູ້ໄພນະຄອນຫລວງຈື່ງປະຖົມພະຍາບານເບື້ອງຕົ້ນແລ້ວນໍາສົ່ງໂຮງໝໍ 150ຕຽງ.

ແລະ ທີ່ເຮັດສະເທືອນໃຈຫຼາຍທີ່ສຸດໃນເວລານັ້ນ ອາສາອີກຈຳນວນໜື່ງແມ່ນຢູ່ທີ່ເກີດເຫດເພາະຢ້ານລົດຜູ້ບາດເຈັບເສຍ ຫຼື ຈະເກີດອຸບັດຕິເຫດຊໍ້າຊ້ອນ ສະນັ້ນອາສາກູ້ໄພຈຶ່ງໄດ້ເອົາຟົດໄມ້ໄປວາງກັນໄວ້ຫ່າງຈາກລົດລົ້ມປະມານ 30 ກວ່າແມັດສອງຈຸດພ້ອມມີລົດສຸກເສີນທີ່ເປີດໄຟອຳນາດໄວ້ຢູ່ ແຕ່ໃນເວລານັ້ນເກີດເຫດບໍ່ຄາດຄິດຂື້ນມີລົດໃຫ່ຍມາດ້ວຍຄວາມໄວແລ່ນພ່າຕຳເອົາຟົດໄມ້ເຂົ້າມາຕຳເອົາອາສາທີ່ກຳລັງປະຕິບັດໜ້າທີ່ຢູ່ຈຸດເກີດເຫດເຮັດໃຫ້ຜູ້ກ່ຽວຕຳໃສ່ໜ້າລົດແລ້ວຟົ້ງຂື້ນເທິງຟ້າປະມານ 2 ແມັດ ແລະ ຕົກລົງໜ້າລົດໃນເວລານັ້ນລົດຍັງບໍ່ຢຸດເຮັດໃຫ້ຜູ້ກ່ຽວຢູ່ກ້ອງລົດລາກໄປປະມານ 20 ກ່ວາແມັດ ເລີຍເຮັດໃຫ້ອາສາໜ່ວຍກູ້ໄພນະຄອນຫລວງເຈັບສາຫັດມີອາກາດເຈັບຟົກຊຳ້ແຕ່ຫົວຮອດຕີນ ແລະ ກະດູກມີດຫັກນອນຮັກສາໂຕຢູ່ໃນປະຈຸດບັນນີ້.

ທີ່ມາ: ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງເຫດສຸກເສີນ ໂທ 162

ແບ່ງປັນ