Breaking News

ເຕືອນໄພ! ກຽມຮັບມືກັບສະພາບອາກາດໜາວເຢັນອີກຄັ້ງ ເລີ່ມວັນທີ 9-14 ມັງກອນ 2018 #ແຊຣບອກຕໍ່ໆກັນໄປ

ແບ່ງປັນ

“ເຕືອນໄພອາກາດໜາວ”

ອີງຕາມການແຈ້ງເຕືອນຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນໃນວັນທີ 8 ມັງກອນ 2018 ວ່າ: ມວນອາກາດໜາວເຢັນຈາກ ສປ ຈີນ ຈະມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກສ່ຽງເໜືອທີ່ມີກຳລັງແຮງພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ໃນໄລຍະ ຕັ້ງແຕ່ວັນທີ 9 ຫາ 14 ມັງກອນ 2018 ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດໜາວເຢັນລົງ 3 ຫາ 5 ອົງສາ ຢູ່ແຂວງພາກເໜືອ ພ້ອມມີຝົນຕົກກະຈາຍ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ, ໂດຍສະເພາະເຂດພູດອຍ ບັນດາແຂວງພາກເໜຶອ, ແຂວງ ໄຊສົມບູນ, ເມືອງ ດາກຈຶງ ແັລະ ເຂດພູພຽງບໍລະເວນອາກາດຈະໜາວເຢັນຫຼາຍ.

#ຢ່າລືມແຊຣບອກຕໍ່ໆກັນໄປ, ຢ່າລືມຮັກສາສຸຂະພາບແດ່ເດີ້ພໍ່ແມ່ພີ່ນ້ອງ!!!

ແບ່ງປັນ