Breaking News

(ເຖິງເວລາທີ່ສັງຄົມຕ້ອງຍອມຮັບ Single Mom ແລ້ວ) ເປີດເຜີຍຊີວິດຈິງຂອງແມ່ລ້ຽງດ່ຽວສຸດ Strong!!!

ແບ່ງປັນ

 “ຟ້າອຸ້ມລູກຕິດເອິກ ມືໜຶ່ງຂັບລົດ ໄປເຮັດວຽກ ໄປລົມລູກຄ້າ ໄປທຸກໆບ່ອນ ເອີ້ນໄດ້ວ່າ ບ່ອນໃດມີແມ່ຟ້າ ບ່ອນນັ້ນຕ້ອງເຫັນນ້ອງເອກ”

ແມ່ລ້ຽງດ່ຽວຄົນຕໍ່ໄປ ທີ່ທີມງານ ຂວັນໃຈ ນຳເອົາເລື່ອງລາວມາແນະນຳ ຊື່ວ່າ ຟ້າລຸ້ງທິບ ໄຊສະຫວັດ (ຟ້າ) ອາຍຸ 32 ປີ ນາງບອກວ່າ ການມີລູກ (ນ້ອງ ເອກ) ເຮັດໃຫ້ ຟ້າ ຮູ້ຈັກຕົນເອງຫຼາຍຂຶ້ນ ມີຄວາມສຸກຂຶ້ນ ຮູ້ສຶກວ່າຊີວິດມີຄຸນຄ່າຂຶ້ນ ເຖິງວ່າຈະບໍ່ໄດ້ຜ່ານການແຕ່ງງານກໍຕາມ ເລື່ອງລາວຄວາມຮັກຂອງ ຟ້າ ກໍອາດຄ້າຍໆກັບແມ່ຍິງຫຼາຍຄົນໃນສັງຄົມ ເລີ່ມຕົ້ນດ້ວຍຄວາມຮັກທີ່ແສນຫວານ ແຕ່ເມື່ອມາຮອດຈຸດທີ່ນາງຖືພາ ກໍມີເຫດໃຫ້ຕ້ອງຈົບຄວາມສຳພັນກັບຄົນຮັກໄປ ເຫຼືອໄວ້ແຕ່ລູກໃນທ້ອງ ເຊິ່ງຕອນນັ້ນ ໃນຖານະແມ່ຍິງລາວ ຍອມຮັບວ່າ ຟ້າ ເຈັບປວດ ແລະສັບສົນທີ່ສຸດ ຄອບຄົວພໍ່ແມ່ກໍເສຍໃຈ ແຕ່ແທນທີ່ ຟ້າ ຈະຈົມຢູ່ກັບຄວາມໂສກເສົ້າ ນາງພັັດລຸກຂຶ້ນ ປະກາດຕົນວ່າ ນາງຂໍລ້ຽງລູກຜູ້ນີ້ໃຫ້ດີທີ່ສຸດ

ເມື່ອຈຳເປັນຕ້ອງເປັນ “ແມ່”

ເມື່ອບໍ່ມີທາງເລືອກ ຟ້າ ກໍຈຳເປັນຕ້ອງເປັນແມ່ ແຕ່ ຟ້າ ບອກວ່າ ການໄດ້ຖືພາ ແລະຮູ້ສຶກວ່າມີລູກເປັນຂອງຕົນເອງ ນາງສຳຜັດໄດ້ເຖິງຄວາມສຸກບາງຢ່າງ ທີ່ເຮັດໃຫ້ນາງມີຄວາມຫວັງ ແລະມີແຮງໃຈຢ່າງປະຫຼາດ ຈົນລືມບັນຫາທຸກໆຢ່າງໄປຈົນໝົດ ເມື່ອໄດ້ເຫັນໜ້າລູກ ຄວາມຮູ້ສຶກເຫຼົ່ານັ້ນ ຍິ່ງເພີ່ມຂຶ້ນທະວີຄູນ ເຮັດໃຫ້ ຟ້າ ຮູ້ໄດ້ທັນທີວ່າ ນີ້ແຫຼະຄືຂອງຂວັນອັນປະເສີດທີ່ນາງຕ້ອງການ ການມີລູກເຮັດໃຫ້ ຟ້າ ພໍໃຈ ຮູ້ສຶກປອດໄພ ແລະໄວ້ວາງໃຈທີ່ສຸດ ຊີວິດຂອງຕໍ່ຈາກນີ້ຈະຂໍຢູ່ເພື່ອລູກ ຟັງເບິ່ງຄືບົດລະຄອນເລີຍແມ່ນບໍ່ ແຕ່ ຟ້າ ຢືນຢັນວ່າ ນາງຮູ້ສຶກແບບນີ້ອີ່ຫຼີ

ບໍ່ວ່າແມ່ຟ້າຢູ່ໃສ ຕ້ອງມີລູກຢູ່ໃກ້ໆ

ການລ້ຽງລູກທີ່ຫາກໍເກີດຄົນດຽວ ໂດຍບໍ່ມີໃຜເບິ່ງຊ່ອຍ ມັນເມື່ອຍສຸດໆແມ່ນບໍ່ ແຕ່ສຳລັບ ແມ່ລ້ຽງດ່ຽວແບບ ຟ້າ ນອກຈາກນາງຕ້ອງເບິ່ງແຍງລູກຕະຫຼອດ 24 ຊົ່ວໂມງແລ້ວ ກໍຍັງຕ້ອງເຮັດວຽກ ເພື່ອໃຫ້ມີລາຍຮັບນຳອີກ ສະນັ້ນ ຫາກໃຜທີ່ຮູ້ຈັກ ຟ້າ ຈະຄຸ້ນເຄີຍດີກັບພາບທີ່ນາງອຸ້ມລູກຕິດເອິກ ມືໜຶ່ງຂັບລົດ ໄປເຮັດວຽກ ໄປລົມລູກຄ້າ ໄປທຸກໆບ່ອນ ເອີ້ນໄດ້ວ່າ ບ່ອນໃດມີແມ່ຟ້າ ບ່ອນນັ້ນຕ້ອງເຫັນນ້ອງເອກ ເພາະນາງຈະບໍ່ປ່ອຍໃຫ້ລູກຄາດສາຍຕາເດັດຂາດ ແລະບໍ່ຍອມຝາກໃຜໄວ້ ສຳລັບ ຟ້າ ແລ້ວ ການພາລູກໄປນຳທຸກບ່ອນແບບນີ້ ນາງບໍ່ຮູ້ສຶກວ່າເປັນພາລະເລີຍ ລູກເປັນຢາວິເສດທີ່ເຮັດໃຫ້ຫາຍເມື່ອຍ ນາງມີຄວາມສຸກທີ່ໄດ້ເຫັນລູກ ບໍ່ວ່າຄົນອື່ນຈະເບິ່ງແນວໃດ ນາງບອກເລີຍວ່າບໍ່ສົນ ເພາະໂດຍນິດໄສສ່ວນຕົວແລ້ວ ຟ້າ ເປັນສາວໂລກສ່ວນຕົວສູງ ມັກເກັບຕົວ ມັກຢູ່ຄົນດຽວ ຄິດຄົນດຽວ ໝູ່ສະໜິດກໍບໍ່ຫຼາຍ ອີກຢ່າງ ນາງກໍມັກເດັກນ້ອຍຢູ່ແລ້ວ ສະນັ້ນ ເມື່ອມີລູກຂອງຕົນເອງ ຈຶ່ງເປັນການເຕີມເຕັມຊີວິດຂອງ ຟ້າ ຈົນເວົ້າໄດ້ວ່າ ນາງມີຄວາມສຸກຢູ່ໃນໂລກສ່ວນຕົວແບບສອງຄົນແມ່ລູກ ກໍວ່າໄດ້

ການລ້ຽງລູກຄົນດຽວແມ່ນເລື່ອງທຳມະດາ

ຫຼາຍໆຄົນອາດຫຼຽວເບິ່ງ ຟ້າ ດ້ວຍສາຍຕາແປກໆ ສາວນີ້ບໍ່ໄດ້ແຕ່ງງານ ແຕ່ມີລູກ ແລະລາວຫອບລູກໄປທຸກໆບ່ອນ ແຕ່ສຳລັບ ຟ້າ ແລ້ວ ແມ່ນເລື່ອງທຳມະດາຫຼາຍ ມັນແມ່ນເລື່ອງທຳມະດາສຳລັບເຮົາແລະລູກ ເພາະມັນກາຍເປັນຄວາມຊິນເຄີຍ ຈົນທຸກມື້ນີ້ ເວລາທີ່ ຟ້າ ຫຼຽວເບິ່ງຄອບຄົວອື່ນ ທີ່ເຂົາເຈົ້າມີທັງພໍ່ແມ່ ຟ້າ ຮູ້ສຶກວ່າມັນແປກໆ ໃນຄວາມຮູ້ສຶກເຮົາ ສະນັ້ນ ປົກກະຕິຫຼືບໍ່ ມັນແລ້ວແຕ່ຄົນນິຍາມ ອີກຢ່າງ ຟ້າ ຄິດວ່າ ການລ້ຽງລູກຄົນດຽວ ແມ່ຈະສັງເກດເຫັນທຸກໆການປ່ຽນແປງຂອງລູກ ຂໍ້ຜິດປົກກະຕິຕ່າງໆໄດ້ດີກວ່າການມີຫຼາຍໆຄົນມາເບິ່ງແຍງ ລູກເຈັບທ້ອງ ລູກໄຂ້ ຍ້ອນຫຍັງ ເຮົາຮູ້ໂລດ ເພາະຢູ່ກັບເຮົາຕະຫຼອດ ອີກຢ່າງການລ້ຽງລູກຄົນດຽວມັນງ່າຍ ມັນສະບາຍໃຈ ເພາະເຮົາບໍ່ຕ້ອງໜິ້ງໃຜ ເພາະບໍ່ມີໃຜໃຫ້ໂຍນຄວາມຮັບຜິດຊອບໃສ່ ເຊັ່ນ: ບາງຄອບຄົວ ຜົວໜິ້ງໃຫ້ເມຍເບິ່ງ ເມຍກໍໜິ້ງໃຫ້ຜົວເບິ່ງ ສຸດທ້າຍກໍອາດບໍ່ໄດ້ເອົາໃຈໃສ່ລູກຫຼາຍພຽງພໍ

ເຖິງເວລາທີ່ສັງຄົມຕ້ອງຍອມຮັບ Single Mom ແລ້ວ

ໃນຍຸກປະຈຸບັນ ເຮົາຕ້ອງຍອມຮັບກັນແລ້ວວ່າ ປະກົດການຢ່າຮ້າງ ຫຼື ແມ່ຍິງລ້ຽງລູກຄົນດຽວ ມີໃຫ້ເຫັນກັນທົ່ວໄປ ແທນທີ່ສັງຄົມຈະມານັ່ງຕຳນິ ຕອກຢ້ຳວ່າ ເປັນປະກົດການຫຍໍ້ທໍ້ ຟ້າ ບອກວ່າ ສັງຄົມຄວນເບິ່ງໃຫ້ກວ້າງໄກກວ່ານັ້ນ ເຊັ່ນ ຄິດວ່າເຂົາເຈົ້າຍັງຮັບຜິດຊອບລູກໃດເນາະ ບໍ່ເອົາລູກໄປຖິ້ມ ໃຫ້ເປັນພາລະຄົນອື່ນ ເຮັດແນວໃດຈະໃຫ້ໂອກາດ ຫຼືແບ່ງເບົາພາລະທາງເສດຖະກິດ ຫຼືການລ້ຽງລູກຊ່ອຍເຂົາເຈົ້າ ເຮັດແນວໃດ ເດັກທີ່ເກີດໃນຄອບຄົວແບບນີ້ ຈະບໍ່ມີປົມດ້ອຍ ເພາະ ຟ້າ ເອງກໍໄດ້ມີໂອກາດແລກປ່ຽນກັບ ແມ່ລ້ຽງດ່ຽວຫຼາຍຄົນ ມັນຄົງຈະດີຫາກພວກເຮົາ ສາມາດສ້າງເປັນເຄືອຂ່າຍ ແນະນຳ ແລກປ່ຽນປະສົບການ ບັນຫາ ກ່ຽວກັບ ວິທີການລ້ຽງລູກ ຫຼືການສ້າງລາຍຮັບ ແລະອື່ນໆ ເພື່ອໃຫ້ລູກໆຂອງພວກເຮົາກາຍເປັນອະນາຄົດທີ່ດີຂອງຊາດ

  • ຝາກທ້າຍ

“ຖ້າເລືອກໄດ້ ຟ້າ ບອກວ່າບໍ່ມີໃຜຢາກເປັນ Single Mom ແຕ່ໃນເມື່ອເປັນໄປແລ້ວ ກໍຕ້ອງຍອມຮັບໃນສະພາບນີ້ໃຫ້ໄດ້ ເພາະເຮົາມີທາງເລືອກພຽງ 2 ທາງ: ​1. ຄືບັນຫາທີ່ຕ້ອງແກ້ໄຂ ແລະ 2. ຄືບັນຫາທີ່ຕ້ອງຍອມຮັບ ເມື່ອເຮົາຍອມຮັບປັນຫາໄດ້ ທຸກຢ່າງທີ່ເກີດຂຶ້ນມັນຈະເປັນເລື່ອງງ່າຍໄປໝົດ ຈັ່ງໃດກໍສູ້ໆເດີ້”

FB: Sao VON FA

ແບ່ງປັນ