Breaking News

Selena Gomez ກັບຄຳເວົ້າເທິງເວທີ AMAs 2016 ທີ່ຊຶ້ງຈົນນ້ຳຕາໄຫຼ!!!

ແບ່ງປັນ

Selena Gomez ກັບຄຳເວົ້າເທິງເວທີ AMAs 2016 ທີ່ຊຶ້ງຈົນນ້ຳຕາໄຫຼ

Selena Gomez ຂຶ້ນເວທີດ້ວຍໜ້າຕາເຄັ່ງຄຽດ ເພື່ອຮັບລາງວັນ Pop/Rock Female Artist ໃນເວທີ American Music Awards 2016, ທີ່ສາວເຊຣ Selena Gomez  ໄດ້ຍົກເລີກທົວ ຄອນເສີດ ເພາະເຫດບັນຫາສ່ວນຕົວໃນເດືອນທີ່ຜ່ານມາ ແລະ ຂື້ນກ່າວຮັບລາງວັນດ້ວຍ ນ້ຳສຽງທີ່ສັ່ນ ພ້ອມທັງເຜີຍຄວາມໃນໃຈໃຫ້ແຟນເພງ ແລະ ສິລະປິນທີ່ໄປຮ່ວມງານ ຈົນເກີດກະແສ Darma ໄປຕ່າງໆນາໆ.

ສາວ Selena Gomez ໄດ້ກ່າວເຖິງຊ່ວງປີ 2014 ທີ່ນາງໄດ້ເປີດເຜີຍກັບທຸກຄົນເທິງເວທີ AMAs ວ່າ: ເພງ “The Heart Wants What It Wants” ເປັນເພງທີ່ເວົ້າເຖິງຄວາມສຳພັນອັນສັ່ນຄອນ ທີ່ແອບແຝງໄປດ້ວຍຄວາມເຈັບປວດ ກັບແຟນເກົ່າຂອງນາງ ກໍຄື Justin Bieber ນັ້ນເອງ.

“ເມື່ອປີ 2014 ເປັນເທື່ອທຳອິດທີ່ຂ້ອຍໄດ້ເປີດເຜີຍຄວາມໃນໃຈໃຫ້ທຸກໆຄົນຮູ້ 100% ຂ້ອຍສາມາດເວົ້າໄດ້ເລີຍວ່າຄົນສ່ວນຫຼາຍຮູ້ເລື່ອງລາວໃນຊີວິດຂ້ອຍຢ່າງຫຼວງຫຼາຍ ແລະ ບໍ່ວ່າຂ້ອຍຈະມັກໃຫ້ເປັນເຊັ່ນນີ້ ຫຼື ບໍ່ກໍຕາມ…ຂ້ອຍກໍຈະຂໍຢຸດທຸກຢ່າງ ເພາະຂ້ອຍພໍແລ້ວກັບທຸກຢ່າງ ແລະ ໃນໃຈຂ້ອຍກໍເຈັບປວດມາຫຼາຍແລ້ວ”

“ຂ້ອຍເກັບເອົາສິ່ງທີ່ເຈັບປວດໄວ້ໃນໃຈ ເພື່ອບໍ່ໃຫ້ທຸກໆຄົນຜິດຫວັງໃນໂຕຂອງຂ້ອຍ ແຕ່ຍິ່ງດົນໄປຂ້ອຍເອງນີ້ແລະທີ່ຮູ້ສຶກວ່າຂ້ອຍຜິດຫວັງໃນໂຕເອງແບບສຸດໆ”

“ຂ້ອຍບໍ່ຢາກເຫັນຮູບໃຜໃນ Instagram ອີກຕໍ່ໄປ ຂ້ອຍຢາກເຫັນພາຍໃນໃຈຂອງພວກເຈົ້າຫຼາຍກວ່າ”

“ຂ້ອຍບໍ່ໄດ້ມາອະທິບາຍໃຫ້ພວກເຈົ້າເຂົ້າໃຈ ບໍ່ຕ້ອງການຟັງເຫດຜົນຫຍັງທັງນັ້ນ ສິ່ງທີ່ຂ້ອຍຢາກບອກນີ້ມັນມາຈາກເບື້ອງເລິກຂອງຫົວໃຈ ຄືຂ້ອຍຮູ້ສຶກຊາບຊຶ້ງໃຈຫຼາຍທີ່ມີໂອກາດແຊຣສິ່ງທີ່ຂ້ອຍຮັກໄປໃຫ້ຄົນທີ່ຂ້ອຍຮັກໄປໃນທຸກໆມື້ ແລະ ຂ້ອຍກໍຢາກຂອບໃຈແຟນເພງຂອງຂ້ອຍຫຼາຍໆ ເພາະພວກເຈົ້າຮັກຂ້ອຍຢ່າງແທ້ຈິງ ແລະ ຂ້ອຍເອງກໍຍັງສົງໃສວ່າຂ້ອຍເຮັດດີຫຍັງໄວ້ ຈຶ່ງໄດ້ມາເຈິກັບພວກເຈົ້າ”

“ຖ້າເຈົ້າເຈັບປວດ ເຈົ້າຢ່າຢູ່ຢ່າງເຈັບປວດພຽງແຕ່ຄົນດຽວ ແລະ ບໍ່ວ່າເຈົ້າຈະນັບຖືໃນໂຕຂ້ອຍຫຼືບໍ່ ຂ້ອຍກໍຢາກຈະຂອບໃຈສຳລັບລາງວັນນີ້ຫຼາຍໆ ລາງວັນນີ້ເປັນລາງວັນສຳລັບພວກເຈົ້າທຸກຄົນ”

ເມື່ອ Selena Gomez ກ່າວຢູ່ເທິງເວທີຈົບ ແມ້ແຕ່ Lady Gaga ຍັງນ້ຳຕາໄຫຼ ແລະ ລຸກຂຶ້ນຕົບມືໃຫ້ສາວເຊຣ ແລະ ນີ້ເປັນການຮັບລາງວັນທີ່ເຕັມໄປດ້ວຍອາລົມທີ່ Selena Gomez  ຢາກບອກອອກມາດົນແລ້ວ, ໄດ້ແຕ່ຫວັງວ່າສາວເຊຣຈະເຂັ້ມແຂງທັງກາຍ ແລະ ຈິດໃຈ ເພື່ອມາແຊຣສິ່ງທີ່ນາງມັກຜ່ານບົດເພງມ່ວນໆຕໍ່ໄປເດີ້.

LOS ANGELES, CA - NOVEMBER 20:  Singer Selena Gomez accepts Favorite Pop/Rock Female Artist onstage during the 2016 American Music Awards at Microsoft Theater on November 20, 2016 in Los Angeles, California.  (Photo by Kevin Winter/Getty Images)

ແບ່ງປັນ