Breaking News

ເອົາແລ້ວໆ! ແຈ໋ກກີ້ ຜ່ານເຂົ້າຮອບສະແດງສົດໃນ “The Voice Thailand 6” ແຟນໆຊາວລາວເຊຍສຸດໃຈ!

ແບ່ງປັນ

ສະແດງຄວາມຍິນດີ…ກັບ ແຈັກກີ້ ໄຊປະເສີດ ພົມມະວົງໄຊ ນັກຮ້ອງໜຸ່ມຈາກປະເທດລາວທີ່ໄປສ້າງສຽງຮຶຮາ ໂດຍໄດ້ມີໂອກາດໄປແຂ່ງຂັນຮ້ອງເພງໃນລາຍການດັງຂອງປະເທດເພື່ອນບ້ານ The Voice Thailand Season 6 ເຊິ່ງກ່ອນໜ້ານີ້ກໍສ້າງສຽງຮຶຮາໄປເພາະ ແຈ໋ກກີ້ ໄດ້ສ້າງປະກົດການຜ່ານເຂົ້າໃນຮອບ  Blind Auditions ແລະ ຮອບ Knock Out ມາແລ້ວ ແລະ ຫຼ້າສຸດ ວັນທີ 28 ມັງກອນ 2018 ກໍສ້າງປະກົດການໃຫ້ແຟນໆທັງ ລາວ ແລະ ໄທ ໄດ້ກຣີດໆໆໆ… ກັນສະໜັ່ນນັ້ນກໍຄື ແຈັກກີ້ ໄດ້ແຂ່ງຂັນໃນຮອບ Battle ແລະ ກໍສາມາດເອົາຊະນະຄູ່ຕໍ່ສູ້ໄປໄດ້ ໂດຍການໂຊພະລັງສຽງຂັ້ນເທບ ແລະ ເອົາຊະນະຜ່ານເຂົ້າໄປໃນຮອບສະແດງສົດໄດ້ຢ່າງງົດງາມ.

#ຢ່າລືມແຊຣເປັນກຳລັງໃຈໃຫ້ເດັກລາວ

ຮູບພາບ: Jack Phommavongsay

ຄລິບ: The Voice Thailand

ແບ່ງປັນ