Breaking News

ວັນໃໝ່ ເຄຍປະເດັນຂ່າວ…ປ່ຽນລຸກເປັນສາວເຊັກຊີ່ເພື່ອສ້າງກະແສ ພ້ອມອັບເດດສະຖານະຫົວໃຈ!!!

ແບ່ງປັນ

ຊ່ວງຫຼັງໆຈະເຫັນໄດ້ວ່າ ວັນໃໝ່ ທຳມະວົງ ສາວປະເພດສອງຄົນດັງ ລຸກຂຶ້ນມາແຕ່ງໂຕເຊັກຊີ່ ຫຼື ນຸ່ງຊຸດລອຍນໍ້າ ແລະ ໂພສຜ່ານເຟສບຸກ ແລະ ອິນສະຕາແກຼມໃຫ້ແຟນໆໄດ້ກົດໄລ້ກັນເລື້ອຍໆ… ຈົນເກີດມີກະແສເມົ້າວ່ານາງປ່ຽນບຸກຂະລິກຈາກສາວຮຽບຮ້ອຍເປັນສາວເຊັກຊີ່ເພື່ອສ້າງກະແສຫຼືບໍ່? ຫຼ້າສຸດເຈິໂຕນາງໃນງານບວງສວງຊີ່ຣີ່ລາວເລື່ອງ ວຸ້ນວາຍ…ຮັກຫຼາຍເດີ້ ເລີຍດຶງໂຕນາງມາເຄຍປະເດັນດັ່ງກ່າວໃຫ້ແຟນໆໄດ້ຮູ້ກັນວ່າທີ່ເຫັນສາວ ວັນໃໝ່ ເພິ່ນລຸກຂຶ້ນມາແຕ່ງໂຕເຊັກຊີ່ນັ້ນບໍ່ແມ່ນເພື່ອຕ້ອງການສ້າງກະແສແຕ່ຢ່າງໃດ ແຕ່ຍ້ອນວ່າເພິ່ນເປັນອີກໜຶ່ງຄົນທີ່ມັກການທ່ອງທ່ຽວ ພໍໄດ້ໄປທ່ຽວແລ້ວກໍຢາກຖ່າຍຮູບ ເກັບພາບງາມໆໄວ້ເບິ່ງ ແລະ ອີກຢ່າງອາຍຸເພິ່ນກໍກ້າວເຂົ້າ 23 ປີແລ້ວ ກໍອາດຈະເປັນຕາມໄວ ແລະ ນອກຈາກນັ້ນທີມງາມເຮົາຍັງໄດ້ອັບເດດສະຖານະຫົວໃຈຂອງ ສາວ ວັນໃໝ່ ແລະ ເພິ່ນກໍຍັງໄດ້ຕອບແບບບໍ່ມີປິດບັງວ່າ ກໍມີຄົນລົມໆຢູ່ ແຕ່ຍັງບໍ່ຂໍເອີ້ນວ່າແຟນ ເພາະຍັງຢູ່ໃນຊ່ວງສຶກສາເບິ່ງໃຈກັນນັ້ນເອງ…

ເປັນແນວໃດແດ່…ຫາຍຂ້ອງໃຈກັນແດ່ບໍ່ແຟນໆ ເອົາໄວ້ມີໂອກາດໜ້າຖ້າເຈິໂຕ ສາວ ວັນໃໝ່ ທຳມະວົງ, ຊະນີIndy ສັນຍາຈະມາອັບເດດເລື່ອງລາວຂອງເພິ່ນໃຫ້ແຟນໆໄດ້ຮູ້ອີກແນ່ນອນ!!!

ຮູບພາບບາງສ່ວນ: Elizabeth Wanmai Thammavong

ແບ່ງປັນ