Breaking News

ງົງໄປ…5 ວິ! ເມື່ອ ເຈ້ຍ ປາຊີຟິກ ປະກາດມີລູກແລ້ວ ກັບອະດີດແຟນເກົ່າທີ່ເລີກລາກັນໄປ!!!

ແບ່ງປັນ

ເປັນປະເດັນຮ໋ອດຮ້ອນແຮງເມື່ອ ເຈ້ຍ ປາຊີຟິກ ຜູ້ກຳກັບຮູບເງົາຊື່ດັງ ຫຼ້າສຸດໄດ້ໂພສຮູບພ້ອມປະກາດວ່າຕົນກຳລັງມີລູກແລ້ວ ແລະ ໃນໃບເອໂກ້ກໍມີຊື່ ທະວີໄຊ ແກ້ວບຸນພັນ (ໄຊ) ອະດີດແຟນເກົ່າທີ່ປະກາດເລີກລາກັນໄປໃນຊ່ວງທ້າຍປີ 2017 ທີ່ຜ່ານມາ, ພໍແຕ່ໂພສເຮັດໃຫ້ບັນດາອ້າຍນ້ອງຮ່ວມວົງການ ແລະ ແຟນຄລັບເຂົ້າໄປສະແດງຄວາມຍິນດີກັບທັງສອງກັນຢ່າງຫຼວງຫຼາຍ.

ຢ່າງໃດ ຂວັນໃຈ ແລະ ແຟນໆກໍຂໍສະແດງຄວາມຍິນດີກັນ ອ້າຍ ເຈ້ຍ ແລະ ເອື້ອຍ ໄຊ ຫຼາຍໆເດີ້, ຢ່າງໃດຄວາມຮັກກໍງົດງາມສະເໝີແລະເນາະ!!!

ຮູບພາບ: Phoumsana Sirivongsa

 

ແບ່ງປັນ