Breaking News

ຕາມກົດໝາຍວຽກທີ່ບໍ່ອະນຸຍາດ ໃຫ້ແມ່ຍິງຖືພາ ແລະ ແມ່ລູກອ່ອນເຮັດ ມີຫຍັງແດ່?

ແບ່ງປັນ

ມາເດີ້…ແມ່ຍິງຖືພາ ແລະ ແມ່ລູກອ່ອນທີ່ມີລູກນ້ອຍ ອາຍຸຕ່ຳກວ່າ 1 ປີ ມາຟັງທາງນີ້!! ຢາກຮູ້ບໍ່ວ່າ ອີງຕາມກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ (ປີ 2014) ເພິ່ນກໍານົດວ່າ ວຽກໃດແດ່ທີ່ບໍ່ອະນຸຍາດໃຫ້ພວກເຈົ້າເຮັດ? ມາອ່ານພ້ອມກັນເລີຍ

ມາດຕາ 97 (ປັບປຸງ) ການນໍາໃຊ້ແຮງງານເພດຍິງທີ່ຖືພາ ຫຼືໃນໄລຍະລ້ຽງລູກນ້ອຍ

ວຽກທີ່ບໍ່ອະນຸຍາດໃຫ້ເຮັດ ສຳລັບຜູ້ອອກແຮງງານເພດຍິງ ທີ່ຖືພາ ແລະ ໃນໄລຍະລ້ຽງລູກນ້ອຍ ທີ່ມີອາຍຸຕ່ຳກວ່າ 1 ປີ ມີດັ່ງນີ້:

  1. ວຽກເຮັດເທິງຮ້ານ ທີ່ມີຄວາມສູງກວ່າ 2 ແມັດ;
  2. ວຽກຍົກ ແລະລາກແກ່ດ້ວຍມື, ແບກ, ຫາມ, ຫາບ ວັດຖຸສິ່ງຂອງ ທີ່ມີນ້ຳໜັກເກີນກວ່າ 10 ກິໂລກຣາມ;
  3. ວຽກກາງຄືນ;
  4. ວຽກເພີ່ມໂມງ ແລະ ວຽກໃນວັນພັກ;
  5. ວຽກທີ່ຕ້ອງໄດ້ຢືນເປັນເວລາ 2 ຊົ່ວໂມງຕິດຕໍ່ກັນ;
  6. ວຽກທີ່ໄດ້ກຳນົດໄວ້ໃນ ສາລະບານວຽກອັນຕະລາຍ.

ສຳລັບຜູ້ອອກແຮງງານເພດຍິງ ທີ່ຖືກພາ ຫຼື ໃນໄລຍະລ້ຽງລູກນ້ອຍ ທີ່ມີອາຍຸຕ່ຳກວ່າ ໜຶ່ງປີ ຊຶ່ງຜ່ານມາໄດ້ເຮັດວຽກຕາມທີ່ກ່າວມາເທິງນີ້ ຜູ້ໃຊ້ແຮງງານ ຕ້ອງສັບຊ້ອນໃຫ້ຜູ້ກ່ຽວ ໄປເຮັດວຽກໃໝ່ທີ່ເໝາະສົມ ຊົ່ວຄາວ ແຕ່ໃຫ້ຮັກສາລະດັບເງິນເດືອນ ຫຼືຄ່າແຮງງານໄວ້ຄືເກົ່າ.

ທີ່ມາ: ວາລະສານ ຂັວນໃຈ

ແບ່ງປັນ